ລັດຖະກອນ

ທ່ານຮູ້ບໍ? ລັດຖະກອອນລາວ ກວມ2,8%ຂອງພົນລະເມືອງ ຢູ່ອັບດັບ3ຂອງອາຊຽນ

  


ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ 2017 ຢູ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.



ສໍາລັບບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງລັດຖະກອນ ປະຈໍາປີ 2017 ແລະ ແຜນຄວາມຕ້ອງການ
ລັດຖະກອນໃໝ່ ປີ 2018 ຜ່ານການຮັບຟັງການລາຍງານ ຈາກຂະແໜງການທີ່ກ່ຽວຂ້ອງ. ໃນປີ 2017ທົ່ວປະເທດ
ມີພະນັກງານ-ລັດຖະກອນ ທັງໝົດ 183.680 ຄົນ, ຍິງ 84.268 ຄົນ (ຂັ້ນສູນກາງ ມີຈໍານວນ 26.727 ຄົນ, ຍິງ 11.546 ຄົນ, ຂັ້ນແຂວງ ມີຈໍານວນ 36.170 ຄົນ, ຍິງ 15.109 ຄົນ ແລະ ຂັ້ນເມືອງ ມີຈໍານວນ 120.783 ຄົນ, ຍິງ 57.613 ຄົນ) ເຊິ່ງຕົວເລກພະນັກງານ-ລັດຖະກອນທັງໝົດ ເມື່ອທຽບໃສ່ພົນລະເມືອງແລ້ວ ເທົ່າກັບ 2,8% ທຽບໃສ່ບັນດາໃນປະເທດອາຊຽນ ແມ່ນຢູ່ອັນດັບທີ 3.



ກອງປະຊຸມໄດ້ຕົກລົງເປັນເອກະພາບກັນວ່າ: ເຫັນດີອະນຸມັດຕົວເລກລັດຖະກອນໃໝ່ ປະຈໍາປີ 2018 ເພື່ອທົດ
ແທນພະນັກງານ-ລັດຖະກອນ ທີ່ໄດ້ອອກທຸກຮູບການເທົ່ານັ້ນ ສ່ວນຕົວເລກລາຍລະອຽດ ແມ່ນຈະໄດ້ມີຂໍ້ຕົກລົງວ່າດ້ວຍການ ອະນຸມັດຕົວເລກລັດຖະກອນ ປີ 2018 ສະເພາະ.


 ໃນນັ້ນ, ໃຫ້ທຸກໆພາກສ່ວນຢູ່ສູນກາງ ແລະ ທ້ອງຖິ່ນ ກວດກາຄືນບັນດາຕໍາແໜ່ງງານ ອັນໃດທີ່ຈໍາເປັນ ແລະ ອັນໃດທີ່
ບໍ່ຈໍາເປັນ ເພື່ອເຮັດໃຫ້ພະນັກງານຜູ້ໜຶ່ງ ສາມາດເຮັດວຽກໄດ້ຫຼາຍຕໍາແໜ່ງງານ ສິ່ງສໍາຄັນກົງຈັກການຈັດຕັ້ງແຕ່ສູນກາງ
ລົງຫາທ້ອງຖິ່ນ ແມ່ນບໍ່ໄດ້ຂະຫຍາຍເພີ່ມ . ຄຽງຄູ່ກັບການເພີ່ມມາດຕະຖານພະນັກງານ-ລັດຖະກອນ ເພື່ອຮັບປະກັນ
ໃຫ້ມີຄຸນນະພາບ, ມີປະສິດທິພາບ, ມີຄວາມຮັບຜິດຮັບຊອບ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງຕົນ. 



ແຫລ່ງ: ກົມປະຊາສຳພັນ, ຫສນຍ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.