ນາຍົກ

ຜົນງານລັດຖະບານ ໃນ 1 ເດືອນຜ່ານມາ



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ ທີ່ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ 2017 ທ່ານນາຍົກລັດຖະມົນຕີ ນາຍົກລັດຖະມົນຕີ ໄດ້ແຈ້ງສະພາບການປະຕິບັດວຽກງານຈຸດສຸມທີ່ສໍາຄັນ ຂອງລັດຖະບານໂດຍສັງເຂບ ໃນ 01 ເດືອນຜ່ານມາ ເຊິ່ງເຫັນວ່າ ລັດຖະບານ ສາມາດປະຕິບັດຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນ: ໄດ້ເຮັດວຽກຮ່ວມກັບຄະນະປະຈໍາສະພາແຫ່ງຊາດ ເພື່ອທົບທວນການຈັດຕັ້ງປະຕິບັດ ບັນດາມະຕິຂອງ ກອງປະຊຸມສະພາແຫ່ງຊາດ ແລະ ບັນຫາພົ້ນເດັ່ນທາງດ້ານເສດຖະກິດ-ສັງຄົມຈໍານວນໜຶ່ງ.


ໄດ້ຈັດກອງປະຊຸມຫຼາຍຄັ້ງ ເພື່ອປຶກສາຫາລືສະເພາະ ກ່ຽວກັບທິດທາງການແກ້ໄຂ ແລະ ກະຕຸກຊຸກຍູ້ເສດຖະກິດ ເຊີ່ງໃນນັ້ນ ໄດ້ລົງເລິກຫຼາຍຫົວຂໍ້ສຳຄັນ ເປັນຕົ້ນແມ່ນ ສົ່ງເສີມການຜະລິດເປັນສິນຄ້າ, ການແກ້ໄຂໜີ້ສິນການລົງທຶນຂອງລັດ, ການເຂົ້າເຖິງແຫຼ່ງທຶນ ຂອງພາກທຸລະກິດ ແລະ ການຄຸ້ມຄອງອັດຕາແລກປ່ຽນ.


ໄດ້ພົບປະພະນັກງານຫຼັກແຫຼ່ງ ຂອງຂະແໜງການເງິນເພື່ອລົງເລິກຊຸກຍູ້ ແລະ ຊີ້ນໍາທິດທາງການເຄື່ອນໄຫວວຽກງານ
ການເງິນໃນຕໍ່ໜ້າ ໃຫ້ມີປະສິດທິຜົນກວ່າເກົ່າ; ໄດ້ຕິດຕາມ ແລະ ແຈ້ງເຕືອນ ປະຊາຊົນ ກ່ຽວກັບສະພາບດິນຟ້າອາກາດ ແລະ ໄດ້ເອົາໃຈໃສ່ຕິດຕາມ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ. ໄພນ້ຳຖ້ວມໃນເດືອນຜ່ານມາ ໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນຕໍ່ຊີວິດ, ຊັບສິນ, ຖະໜົນຫົນທາງ ແລະ ເງື່ຶອນໄຂການທຳມາຫາກິນ ຂອງປະຊາຊົນ. ລັດຖະບານໄດ້ຊີ້ນຳໃຫ້ຂະແໜງການ ແລະ ທ້ອງຖິ່ນ ລົງຕິດຕາມ ເພື່ອຟື້ນຟູຜົນເສຍຫາຍ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ.



ໄດ້ດໍາເນີນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ຕົກລົງບັນຫາສໍາຄັນ ຕາມການສະເໜີ ຂອງຂະແໜງການ ແລະ ທ້ອງຖິ່ນ ເຊັ່ນ: ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດຫວຍພັດທະນາ, ແຜນຄຸ້ມຄອງ ແລະ ບໍລິຫານທ່າເຮືອຫວຸ່ງອ່າງ, ການປັບປຸງຮ່າງກົດໝາຍ 06 ສະບັບທີ່ຈະນໍາສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ເທື່ອທີ 4 ແລະ ບັນຫາອື່ນໆ ອີກຈຳນວນໜຶ່ງ.


ນາຍົກ-ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ທ້ອງຖິ່ນ ເພື່ອຊຸກຍູ້ການຈັດຕັ້ງ
ປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ຢ້ຽມຢາມ ແລະ ຊຸກຍູ້ພື້ນຖານການຜະລິດ ແລະ ກວດກາການຈັດຕັ້ງປະຕິບັດ ການຕົກລົງຕ່າງໆ ທີ່ສຳຄັນຂອງລັດຖະບານ ແລະ ວຽກງານສຳຄັນອື່ນໆ.



ແຫລ່ງ: ກົມປະຊາສຳພັນ, ຫສນຍ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.