ກິລາ

ບົດສະຫຼຸບຊີເກມ! ທັບນັກກີລາລາວ ຢູ່ທີ 9 ຂອງຕາຕະລາງ, ສ່ວນເຈົ້າພາບ ຄອງເຈົ້າຫຼຽນ


   ສປປ ລາວ ຍາດໄດ້ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 21 ຫຼຽນທອງ ລວມເປັນ 26 ຫຼຽນ ຖືກຈັດຢູ່ອັດດັບທີ 9 ຂອງຕາຕະລາງ ຈາກການສົ່ງ 22 ປະເພດກີລາຮ່ວມ ຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ລະຫວ່າງວັນທີ 19-30 ສິງຫາ 2017.

+ຫຼຽນຄໍາ: ໄດ້ຈາກ ເປຕັງ ທີມຊຸດຍິງ ແລະ ກີລາສະນຸກເກີດ່ຽວຊາຍຈາກ ທ້າວ ສິດທິເດດ ສັກບ່ຽງ.

+ຫຼຽນເງິນ 3 ຫຼຽນ: ກະຕໍ້ຊິນລອນ 1 ຫຼຽນ, ເທຄວັນໂດ 1 ຫຼຽນ ແລະ ເປຕັງ ທີມຊຸດຊາຍ 1 ຫຼຽນ.
+ຫຼຽນທອງ 21 ຫຼຽນ: ໄດ້ຈາກກະຕໍ້ຊິນລອນ 1 ຫຼຽນ-ກະຕໍ້ 3 ຫຼຽນ, ມວຍສາກົນ 2 ຫຼຽນ, ເປຕັງ 3 ຫຼຽນ, ແລ່ນລານ 1 ຫຼຽນ, ເທຄວັນໂດ 4, ຢູໂດ 1 ຫຼຽນ, ສະນຸກເກີ 1 ຫຼຽນ, ປັນຈັກສີລັດ 3 ຫຼຽນ ແລະ ມວຍລາວ 2 ຫຼຽນ.
   ຂະນະທີ່ ເຈົ້າພາບມາເລເຊຍ ກວາດໄປ 145 ຫຼຽນຄໍາ, 92 ຫຼຽນເງິນ ແລະ 86 ຫຼຽນທອງ ກາຍເປັນເຈົ້າຄອງຫຼຽນຄໍາ, ສ່ວນອັນດັບ 2 ເປັນຂອງ ໄທ 72 ຫຼຽນຄໍາ, 86 ຫຼຽນເງິນ ແລະ 88 ຫຼຽນທອງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.