ກິລາ

ສົ່ງເສີມນັກກິລາລາວ! ປະທານອັດສີດ ຫຼຽນຄໍາສະນຸກເກີ 50 ລ້ານກີບ. ຂະນະທີ່ ທ່ານໃດຕ້ອງການອັດສີດເພີ່ມໄດ້ຊ່ອງທາງນີ້


   ອີງຕາມການໃຫ້ສໍາພາດຂອງ ທ່ານ ປະສິດໄຊ ຫຼວງໂຄດ ປະທານສະຫະພັນສະນຸກເກີແຫ່ງຊາດລາວ ອັດສີດໃຫ້ກັບ 2 ນັກກີລາສະນຸກເກີທີມຊາດລາວ ທີ່ສ້າງຜົນງານໂດດເດັ່ນໃນ ຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ໂດຍຈະອັດສີດເງິນຈໍານວນ 50 ລ້ານກີບໃຫ້ ທ້າວ ສິດທິເດດ ສັກບ່ຽງ ນັກສະນຸກເກີມື 1 ຂອງ ສປປ ລາວ ເຈົ້າຂອງຫຼຽນຄໍາສະນຸກເກີດ່ຽວຊາຍ ເຊິ່ງເປັນຫຼຽນຄໍາປະຫວັດສາດ ຫຼັງເອົາຊະນະນັກກີລາຈາກໄທ ຂາດລອຍ 4-1 ເຟຣມໃນຮອບຊີງຊະນະເລີດ.


   ນອກຈາກນັ້ນ, ປະທານສະຫະພັນສະນຸກເກີລາວ ກໍ່ຍັງຈະອັດສີດໃຫ້້້ກັບ ທ້າວ ສຸລິຍາ ມີນາລາວົງ ນັກສະນຸກເກີມື 2 ຂອງ ສປປ ລາວ ທີ່ສາມາດຍາດໄດ້ຫຼຽນທອງ ຫຼັງເສຍໃຫ້ກັບ ນັກກີລາຈາກໄທ ໃນຮອບຊີງຫຼຽນເງິນ 0-4 ເຟຣມ.

   ຂະນະທີ່ ທ່ານໃດ ຫຼື ບໍລິສັດໃດ ທີ່ຕ້ອງການຊຸກຍູ້ ແລະ ສົ່ງເສີມນັກກີລາລາວ ລວມທັງເປັນການໃຫ້ກໍາລັງໃຈ ໃນການພັດທະນາສີມື ເພື່ອພາກີລາກ້າວສູ່ສາກົນໃຫ້ນັບມື້ນັບຫຼາຍຂຶ້ນ ສາມາດອັດສີດໄດ້ທີ່ໝາຍເລກບັນຊີ 030-12-00-01288941-001 ທີ່ຂຶ້ນຊື່ SITHTHIDETH SAKBIENG MR (ລາຍລະອຽດຕາມຮູບ).





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.