ທ່ອງທ່ຽວ

ຄັກແທ້! ເອກະຊົນຈະລົງທຶນສ້າງແຫລ່ງທ່ອງທ່ຽວ ພະເຈົ້າໃຫຍ່ ໃສ່ພູ106 ຂອງບໍ່ແກ້ວ



ອຳນາດການປົກຄອງແຂວງບໍ່ແກ້ວ ຮ່ວມກັບພາກສ່ວນເອກະຊົນ ໄດ້ມີການປຶກສາຫາລືກ່ຽວກັບໂຄງ
ການອອກແບບກໍ່ສ້າງພະເຈົ້າໃຫຍ່ ທີ່ມີຊື່ວ່າ: ແຫຼ່ງທ່ອງທ່ຽວພູໄຊ ( ພູ 106 ) ເຂດເທດສະບານເມືອງ
ຫ້ວຍຊາຍແຂວງບໍ່ແກ້ວ  ທີ່ມີມູນຄ່າການລົງທຶນເຖິງ40 ຕື້ກວ່າກີບ ໃນວັນທີ 23 ສິງຫາ 2017 ຜ່ານມານີ້ ໂດຍເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດ ຮອງນາຍົກລັດຖະມົນຕີ, ມີທ່ານ ປອ. ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ມີອົງຄະປະຈຳພັກແຂວງ, ອົງການພຸດສາສະໜາ, ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້, ທ່ານ ສຸລິເດດ ວັນຄຳ, ອຳນວຍການບໍລິສັດດວງໃຈ ຂື້ນລາຍຕໍ່ກອງປະຊຸມວ່າ: ໂຄງການສຳຫຼວດ - ອອກແບບການສ້າງພະເຈົ້າໃຫຍ່ເປັນແຫຼ່ງທ່ອງທ່ຽວດ້ານວັດ
ທະນະທໍາພູໄຊນີ້ ແມ່ນຈະຕັ້ງຢູ່ແມ່ນຢູ່ພູ 106. ໃນນີ້, ການອອກແບບສ້າງພະເຈົ້າໃຫຍ່ມີຄື: ມີຄວາມກ້ວາງຂອງໜ້າຕັກຊ້າຍ ຫາ ຂວາ 1.450 cm, ຄວາມສູງ 2.375 cm, ຄວາມກ້ວາງໜ້າຫຼັງ 875 cm.


ນອກນີ້ຍັງອອກແບບສະຖານທີ່ແບ່ງອອກເປັນ 3 ພາກຄື: ພາກສະຖາປະນິກ (ແຕ້ມແບບສະຖາປັດ, ອົງພະເຈົ້າໃຫຍ່, ອາຄານຫໍປະຕິບັດທໍາ, ອາຄານຫໍແຈກ, ອາຄານເຈົ້າອາທິການວັດ, ອາຄານທີ່ພັກສຳມະເນນ, ອາຄານລໍຖ້າຮັບສົ່ງ, ພາກສາລາຊົມວິວ 1, ພາກສາລາຊົມວິວ 2, ອາຄານບໍລິການລົດຮັບສົ່ງ, ອາຄານອາຫານ, ອາຄານຮ້ານຂາຍເຄື່ອງ, ອາຄານຫ້ອງນໍ້າສາທາລະນະ.


ສ່ວນພາກພາຍນອກມີ: ແຕ້ມແບບຈັດສັນຕອນດິນ, ເຈດີທາດ, ຂັ້ນໄດແຕ່ລະລະດັບ, ຮາວກັນຕົກ, ຈຸດພັກ, ທາງຍ່າງຂຶ້ນຂັ້ນໄດດ້ານໜ້າ, ປະຕູໂຂງ, ອ່າງນໍ້າພຸ, ກຳແພງ, ຂັ້ນໄດຂຶ້ນທາງດ້ານຫຼັງ ແລະ ລະບົບໄຟຟ້າ, ລະບົບເຄື່ອງກະຈາຍສຽງ, ລະບົບໃຊ້ນໍ້າເສຍ ເຊິ່ງມາຮອດປັດຈຸບັນ ການອອກແບບດັ່ງກ່າວແມ່ນໄດ້ສຳເລັດ 85%.



ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວການຕົບແຕ່ງຂອງສະຖານທີດັ່ງກ່າວໃຫ້ເໝາະສົມກັບສະພາບແວດລ້ອມຕົວຈິງ ດ້ວຍການອອກແບບຖານເປຕົງເສີມເຫຼັກ ເພື່ອຮັບນໍ້າໜັກຂອງພະເຈົ້າໃຫຍ່,  ການອອກແບບ
ພື້ນຜິວ ( ການຫຼໍ່ ). ນອກນີ້, ຍັງໄດ້ປຶກສາຫາລືກ່ຽກັບລະບົບກັນຟ້າຝ່າ, ລະບົບແຮງຕ້ານລົມ, ແຜ່ນດິນໄຫວ ທັງນີ້ກໍ່ເພື່ອຮັບປະກັນການອອກແບບການກໍ່ສ້າງເພື່ອໃຫ້ມີຄວາມທົນຕໍ່ກັບ
ສະພາບແວດລ້ອມທີ່ຈະເກີດຂຶ້ື້ນໃນພາຍພາກໜ້າ ແລະ ການປັບປຸງສະຖານທີຕ່າງໆ.

ແຫລ່ງທີມາຈາກhttps://laoedaily.com.la/
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.