ຊ່ວຍເຫຼືອສັງຄົມ

ວອນທ່ານຜູ້ໃຈບຸນຊ່ວຍນ້ອງແຈັກກີແດ່... ເກີດມາພ້ອມຂາພິການຂ້າງໜຶ່ງ ແລະ ໄສ້ອອກມາຢູ່ທາງນອກ



 ໃນວັນທີ 28 ສິງຫາ 2017 ມູນນິທິຮ່ວມໃຈ - Houamchai Foundation ໄດ້ລາຍງານວ່າ:
ວອນທ່ານຜູ້ໃຈບຸນຊ່ວຍນ້ອງແຈັກກີແດ່ ນ້ອງເກີດເມື້ອວັນທີ 13/8/2017 ນ້ອງເກີດມາພ້ອມຂາພິການຂ້າງໜຶ່ງ ແລະ ໄສ້ອອກມາຢູ່ທາງນອກ.

ຄອບຄົວນ້ອງຂາດເຂີນບໍ່ສາມາດຈະປິ່ນປົວເອງໄດ້ຢ່າງເຕັມເມັດເຕັມໜ່ວຍເພາະລາຍຈ່າຍຄ່າປິ່ນປົວນ້ອງແຕ່ລະມື້ແມ່ນບໍ່ຫລຸດ 400.000 ກີບ. ເພື່ອຊ່ວຍນ້ອງໃຫ້ສາມາດປິ່ນປົວໄດ້, ປັດຈຸບັນນ້ອງນອນຢູ່ຫ້ອງມໍລະສຸມເດັກໂຮງໝໍເດັກ 150 ຕຽງ.

ທ່ານສາມາດບໍລິຈາກຜ່ານບັນຊີຂອງມູນນິທິ ຮ່ວມໃຈຊ່ວຍເຫລືອຜູ້ປະສົບໄພນະຄອນຫລວງ ເລກບັນຊີ 162120001253036001 ເງິນກີບ ແລະ 162120101253036001 ເງິນດອລລາ, ທະນາຄານການຄ້າຕ່າງປະເທດລາວ ຫຼື ທ່ານສາມາດໄປບໍລິຈາກໂດຍກົງທີ່ໂຮງໝໍເລີຍ ພໍ່ນ້ອງຊື່: ທ. ທອງດຳ ສອນວິໄລ ແມ່ຊື່ ນ. ແວວມະນີ ຄຳຊົມພູ ໂທ: 55401447, 030 5671049 ສອບຖາມລາຍລະອຽດໄດ້ 020 59444400 ມູນນິທິ ຮ່ວມໃຈ.

 ໃນວັນທີ29ສິງຫາ ມູນນິທິຮ່ວມໃຈລາຍງານວ່າ: ຄອບຄົວທ່ານໄຊຊະນະ ພູນສະຫວັນ
ໄດ້ມອບເງິນຄ່າປິ່ນປົວນ້ອງແຈ໊ກກີຈຳນວນ 700.000ກີບ ຂໍອວຍພອນໃຫ້ທ່ານແລະຄອບຄົວຂອງທ່ານຈົ່ງມີສຸຂະພາບເຂັ້ມແຂງຊື້ໄດ້ຂາຍຫມານລໍ້າລວຍ ລໍ້າລວຍຕະຫລອດໄປ.

ອາການນ້ອງມື້ນີ້ແມ່ນຍັງຢູ່ຫອ້ງມໍລະສຸມຢູ່.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.