ການຊ່ວຍເຫຼືອ

ຊົມເຊີຍທຸກພາກສ່ວນ! ຊ່ວຍໄດ້ແລ້ວ ຜູ້ເຄາະຮ້າຍເຫດເຮືອຫຼົ້ມ ຢູ່ເມືອງໂຂງ


ພາຍຫຼັງທີ່ພໍ່ແມ່ປະຊາຊົນ, ອຳນາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງທັງຫຼາຍ ໄດ້ພະຍາຍາມຊ່ວຍຜູ້ເຄາະຮ້າຍ ຊື່ ທ້າວ ແດງ ອາຍຸ 47 ປີ, ປະຊາຊົນ ບ້ານດອນສະໂຮງ ເມືອງໂຂງ ແຂວງຈຳປາສັກ ຈາກເຫດເຮືອຫຼົ້ມ ແຕ່ວັນທີເຫດເກີດແຕ່ເວລາ 8:00 ໂມງເຊົ້າ ຂອງວັນທີ 28 ສິງ ຈົນມາຮອດເວລາ 09:00 ເຊົ້າຂອງວັນທີ 30 ຈຶ່ງສາມາດຊ່ວຍຜູ້ກ່ຽວໄດ້.

ຕະຫຼອດໄລຍະ 2 ມື້ຜ່ານມາເຈົ້າໜ້າທີ່ພ້ອມດ້ວຍປະຊາຊົນເຂດດັ່ງກ່າວ
ກໍ່ໄດ້ພະຍາຍາມຊ່ວຍດ້ວຍວິທີຕ່າງໆ ທັງເຮືອບິນ, ເຮືອຈັກ ແລະ ເຮືອເຈັສກີ ເປັນ 10 ກວ່າລຳ ເພື່ອມາຊອກຫາທາງຊ່ວຍ ສຸດທ້າຍກໍ່ສາມາດຊ່ວຍຜູ້ເຄາະຮ້າຍໄດ້ຢ່າງປອດໄພ .

ທັງໝົດກໍ່ຍ້ອນການຮ່ວມແຮງຮ່ວມໃຈຂອງປະຊາຊົນ, ເຈົ້າໜ້າທີ່ ແລະ ອຳນາດການປົກຄອງເມືອງ ທີ່ເປັນອັນໜຶ່ງອັນດຽວ.


ຂອບໃຈຮູບພາບແລະຂໍ້ມູນຈາກ : Laos 360ໍ / ລາວ 360 ອົງສາ ແລະປະກາດ Pakaad
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.