ກະຊວງແຮງງານ

ຈະປັບເຈົ້າໜ້າທີ່ກວດກາແຮງງານລົງ 4 ເທົ່າຕົວ ແຕ່ຄຸນນະພາບຕ້ອງດີກວ່າເກົ່າ




ຈາກບົດຮຽນທີ່ເຈົ້າໜ້າທີ່ກວດກາແຮງງານປະສົບພົບພໍ້ໃນໄລຍະຜ່ານມາ ເຫັນວ່າຍັງມີຫຼາຍດ້ານທີ່ເປັນສິ່ງທ້າທາຍ ແລະຈຳເປັນຕ້ອງມີການປັບປຸງຄືນໃໝ່, ຕໍ່ກັບບັນຫາດັ່ງກ່າວ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ຈຶ່ງໄດ້ອອກຂໍ້ຕົກລົງເລກທີ 4277 ເພື່ອເດັດຂາດຕໍ່ກັບການແຕ່ງຕັ້ງເຈົ້າໜ້າທີ່ໃນການເຄື່ອນໄຫວວຽກກວດກາແຮງງານລົງ 4 ເທົ່າຕົວ ແຕ່ຕ້ອງຮັບປະກັນການເຮັດວຽກໃຫ້ອອກມາມີຄຸນນະພາບຫຼາຍກວ່າເກົ່າ.



ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ ກ່າວໃນພິທີຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 29 ສິງຫາ 2017  ກ່ຽວກັບຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ຮສສ ເລກທີ 4277 ວ່າດ້ວຍການແຕ່ງຕັ້ງ ແລະເຄື່ອນໄຫວຂອງເຈົ້າໜ້າທີ່ກວດກາແຮງງານ ໂດຍໃຫ້ຮູ້ວ່າ: ສຳ ລັບ ເຈົ້າໜ້າທີ່ກວດກາແຮງງານ ທີ່ໄດ້ຮັບແຕ່ງຕັ້ງໂດຍຫົວໜ້າກົມແຮງງານ ໃນປີ 2016 ຮອດປະຈຸບັນມີ 348 ຄົນໃນທົ່ວປະເທດ ແລະໄດ້ດຳເນີນການກວດກາຫົວໜ່ວຍແຮງງານຢ່າງເປັນປົກກະຕິ ສະເລ່ຍກວດໄດ້ 2-3 ພັນຄັ້ງຕໍ່ປີ, ເຮັດໃຫ້ກົດໝາຍແຮງງານໄດ້ຮັບການບັງຄັບໃຊ້ ມີປະສິດທິຜົນ ຂະບວນການຜະລິດ ແລະການບໍລິການ ຫຼື ການເຮັດວຽກຮ່ວມກັນລະຫວ່າງຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານໃນພາກເອກະຊົນນັບມື້ດີຂຶ້ນ, ແຕ່ເມື່ອທຽບກັບຄວາມຕ້ອງການຕົວຈິງຂອງການກວດກາແຮງງານ ເຫັນໄດ້ວ່າຍັງມີຫຼາຍດ້ານທີ່ຍັງທ້າທາຍ ແລະຈຳເປັນຢ່າງຍິ່ງທີ່ຕ້ອງມີການປັບປຸງ ແກ້ໄຂ ໂດຍສະເພາະແມ່ນ ເງື່ອນໄຂໃນການເຮັດວຽກ, ສະພາບແວດລ້ອມໃນການເຮັດວຽກ, ການນຳໃຊ້ແຮງງານເດັກ, ການນຳໃຊ້ແຮງງານແມ່ຍິງ, ແຮງງານຕ່າງປະເທດ ເຫັນວ່າ ການກວດກາຜ່ານມາຍັງຂາດປະສິດທິພາບ, ການລາຍງານຜົນການກວດກາເຫັນແຕ່ດ້ານປະລິມານ.


ສ່ວນມາດຕະການຕໍ່ຜູ້ລະເມີດກົດໝາຍແຮງງານຍັງບໍ່ຂາດ, ຈຳນວນເຈົ້າໜ້າທີ່ກວດກາແຮງງານມີຫຼາຍ ແຕ່ປະສິດທິພາບຂອງການເຮັດວຽກຍັງຕ່ຳ ເຮັດໃຫ້ຫົວໜ່ວຍແຮງງານຫຼາຍແຫ່ງບໍ່ປະຕິບັດຕາມກົດໝາຍແຮງງານ ເປັນຕົ້ນ ບໍ່ມີສັນຍາແຮງງານ, ບໍ່ມີກົດລະບຽບພາຍໃນເລື່ອງການນຳໃຊ້ແຮງງານທີ່ຖືກຕ້ອງ, ບໍ່ມີລະບຽບການກ່ຽວການປ້ອງກັນຄວາມປອດໄພ ແລະສຸຂະພາບແຮງງານ, ບໍ່ເຂົ້າປະກັນສັງຄົມ, ບໍ່ຈ່າຍຄ່າແຮງງານຕາມລະດັບຄ່າແຮງງານຂັ້ນຕ່ຳທີ່ລັດຖະບານປະກາດໃຊ້ ແລະອື່ນໆ.


 ຈາກຈຸດດັ່ງກ່າວ ທ່ານລັດຖະມົນຕີກະຊວງ ຮສສ ຈຶ່ງໄດ້ອອກຂໍ້ຕົກລົງ ເລກທີ 4277 ວ່າດ້ວຍການແຕ່ງຕັ້ງ ແລະເຄື່ອນໄຫວຂອງເຈົ້າໜ້າທີ່ກວດກາແຮງງານ, ໃນນີ້ ແມ່ນໄດ້ເນັ້ນໜັກບາງຕອນສຳຄັນ ເຊັ່ນ: ກ່ຽວກັບລະບຽບການ, ໂຄງປະກອບທາງດ້ານບຸກຄະລາກອນ, ມາດຖານເງື່ອນໄຂ, ສິດ ແລະໜ້າທີ່ຂອງເຈົ້າໜ້າທີ່ກວດກາແຮງງານ, ກຳນົດຄືນບາງມາດຕະການຕໍ່ຜູ້ລະເມີດລວມທັງຂັ້ນຕອນຂອງການປະຕິບັດ ໂດຍສະເພາະ ການຄັດເລືອກ ແລະແຕ່ງຕັ້ງໃໝ່ເຈົ້າໜ້າທີ່ກວດກາແຮງງານ ຊຶ່ງຖືເປັນເຈົ້າໜ້າທີ່ແຫ່ງຊາດ ປະຈຳຢູ່ສູນກາງ ແລະທ້ອງຖິ່ນ ລວມທັງໝົດ 77 ຄົນ ຫຼຸດຈາກ 348 ຄົນ ໃນເມື່ອກ່ອນ, ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການກວດກາແຮງງານ ມີຄຸນນະພາບ ແລະໄດ້ມາດຕະຖານກວ່າເກົ່າ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.