ກິລາ

ຮີໂຣຫຼຽນຄຳສະນຸກເກີ ຊີເກມ ເດີນກັບເຖິງບ້ານເກີດ ທ່າມກາງແຟນໆແຫ່ຕ້ອນຮັບ ພ້ອມຕັ້ງເປົ້າປ້ອງກັນແຊັມ


   ທັບນັກກີລາ ສະນຸກເກີລາວ ເດີນທາງກັບມາປະເທດລາວ ພ້ອມກັບ ຫຼຽນຄໍາປະຫວັດສາດຈາກກີລາສະນຸກເກີ ໃນຊີເກມ ມາໃຫ້ແຟນໆທີ່ແຫ່ມາຕອນຮັບ ໄດ້ເຫັນຢ່າງປະຈັກຕາ ໃນຕອນຄໍ່າຂອງວັນທີ 28 ສິງຫາ 2017.

   ໃນມື້ດັ່ງກ່າວເວລາ 22:00 ໂມງ ທັບນັກກີລາສະນຸກເກີລາວ ໄດ້ເດີນທາງກັບຈາກ ມາເລເຊຍ ມາເຖິິງສະໜາມບິນວັດໄຕ ນໍາໂດຍ ຮີໂຣຫຼຽນຄໍາຢ່າງ ທ້າວ ສິດທິເດດ ບັກສ່ຽງ ມື 1 ຂອງ ສປປ ລາວ ເຈົ້າຂອງຫຼຽນຄໍາຈາກກີລານຸກເກີດ່ຽວຊາຍ ໃນຊີເກມ 2017 ຫຼັງເອົາຊະນະ ນັກກີລາຈາກໄທ ໃນຮອບຊີງຫຼຽນຄໍາໄປສະບາຍ 4-1 ເຟຣມ ສ້າງປະຫວັດສາດເປັນນັກກີລາຄົນທໍາອິດ ທີ່ຄວ້າຫຼຽນຄໍາໃນຊີເກມ ຈາກກີລາສະນຸກເກີ.

   ນອກຈາກນັ້ນ, ກໍ່ຍັງມີ ທ້າວ ສຸລິຍາ ມີນາລາວົງ ມື 2 ຂອງ ສປປ ລາວ ເຈົ້າຂອງຫຼຽນທອງ ຈາກກີລາສະນຸກເກີດ່ຽວຊາຍ ທີ່ພາດທ່າເສຍໃຫ້ກັບ ນັກກີລາຈາກໄທ ໃນຮອບຊີງຫຼຽນຄໍາ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ແຟນໆຫຼາຍ 100 ກວ່າຄົນ ແຫ່ມາຕ້ອນຮັບຢ່າງອົບອຸ່ນ ແລະ ສຽງເຊຍ


   ໂດຍ ສຸລິຍາ ໃຫ້ສໍາພາດວ່າ: ຮູ້ສຶກດີໃຈຫຼາຍທີ່ສ້າງຜົນງານມາສູ່ປະເທດຊາດ ພ້ອມຕັ້ງເປົ້າປ້ອງກັນແຊັມໃນຊີເກມ ຄັ້ງຕໍ່ໄປ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.