ບ້ານຊີເກມເປັນຫໍພັກນັກສຶກສາ ທີ່ຂື້ນກັບມະຫາວິທະຍາໄລແຫ່ງຊາດ ໂດຍລວມມີ8 ອາຄານ ຄື A1-A8, ສ່ວນອາຄານB ແມ່ນຫ້ອງການຂອງຄູອາຈານ ແລະມີໂຮງອາຫານໄວ້ໃຫ້ບໍລິການໃນຫໍພັກ. A1ຮອດ A5ເປັນອາຄານຂອງນັກສຶກສາຍິງ. A6-A7 ເປັນອາຄານສຳລັບນັກສຶກສາຊາຍ, ສ່ວນA 8 ເປັນອາຄານໄວ້ສຳລັບຮັບແຂກ.
ຫໍພັກຊີເກມແຫ່ງນີ້ລວມມີ 4 ຊັ້ນຫ້ອງ1ກຳນົດໃຫ້ນັກສຶກສາຢູ່ປະມານ 4 ຄົນ, ມີນັກສຶກສາຈຳນວນຫລວງຫລາຍມາພັກເຊົາຢູ່ທີ່ນີ້ ອາດເປັນຍ້ອນລາຄາຖືກປະມານ 8 ແສນກວ່າກີບຕໍ່ຄົນ/ປີ ແລະ ພິເສດສຸດໆຄື ຄ່ານໍ້າ, ຄ່າໄຟແມ່ນບໍ່ໄດ້ຈ່າຍຖືວ່າດີສຸດໆ, ເຖິງນໍ້າໃຊ້ຈະຕິດຄັດບາງເວລາກໍຕາມ.
ຜົນສຳຫລວດແບບສອບຖາມຈາກນັກສຶກສາ ທີ່ຢູ່ພາຍໃນຫໍພັກຊີເກມເຫັນວ່າ ດ້ານທີ່ຢູ່ອາໄສແມ່ນມີຄວາມສະດວກສະບາຍ, ຂາດແຕ່ດ້ານຄວາມປອດໄພ ເພາະເຄື່ອງຂອງນັກສຶກສາເສຍຫາຍຢູ່ເລື້ອຍໆ ເປັນຕົ້ນແມ່ນຄອມພິວເຕີ, ໂທລະສັບມືຖື, ກ້ອງຖ່າຍຮູບ ແລະ ອື່ນໆ ເຊິ່ງບໍ່ຮູ້ສາເຫດ. ດ້ານກະແຈໄຂປະຕູຫ້ອງຂອງບ້ານພັກຊີເກມນີ້ ນັກສຶກສາແຕ່ລະລຸ້ນຈະຊ່ຽນກະແຈເປັນຂອງຕົນເອງ ບາດຈົບແລ້ວກໍເອົາໄປເລີຍໂດຍບໍ່ມີການສົ່ງຄືນຫ້ອງການ ແລະຫ້ອງການກໍບໍ່ໄດ້ມີກົດລະບຽບໃຫ້ສົ່ງຄືນ.
ທີ່ແປກກວ່ານັ້ນຄືນັກສຶກສາທີ່ພັກໃນຫໍພັກແຫ່ງນີ້ໃຫ້ສຳພາດວ່າ ຈະມີລຸ້ນອ້າຍເອື້ອຍໄຂເຂົ້າມາຄົ້ນຫ້ອງຂອງຕົນເອງຢູ່ເລື້ອຍໆ ບາດທ້ວງຖາມ ພັດຕອບວ່າມາເບິ່ງເຄື່ອງເກົ່າທີ່ອາດລືມໄວ້, ບາງລາຍກໍວ່າຢາກມາເບິ່ງຫ້ອງ ເພາະຄິດຮອດຫ້ອງທີ່ເຄີຍອາໄສຢູ່. ແຕ່ບັນຫາມີບ່ອນວ່າເຄື່ອງຂອງຈະເສຍຢູ່ເລື້ອຍໆ ແລະ ບໍ່ຮູ້ຈະທວງຖາມໃຜຢູ່ໃສແຈ້ງຫ້ອງການເພີ່ນກໍຊ່ວຍຫຍັງບໍ່ໄດ້.
ສຳລັບກົດລະບຽບຫໍພັກຊີເກມມີຫລາຍຢ່າງທີ່ເຄັງຄັດແຕ່ບໍ່ເຂັ້ມງວດໃນຂອດປະຕິບັດເຊັ່ນ: ຫ້າມຊາຍຂື້ນຕຶກຍິງ ແລະຫ້າມຍິງຂື້ນຕຶກຊາຍ , ຫ້າມແຕ່ງກິນ, ຫ້າມນໍາຂອງມື່ນເມົາມາດື່ມໃນຫ້ອງ ຫລືພາຍໃນຫໍພັກ ແລະ ອື່ນໆຊຶ່ງນັກສຶກສາທີ່ພັກອາໄສໃນນີ້ແມ່ນບໍ່ໄດ້ຂັດຂ້ອງຫຍັງ ຖ້າຫາກກົດລະບຽບທີ່ປະກາດອອກມາຖືກນຳໃຊ້ໃນມາດຖານດຽວ ແຕ່ຄວາມເປັນຈິງພັດບໍ່ເປັນແບບນັ້ນ ໂດຍສະເພາະການຫ້າມໃຊ້ໝໍ້ໄຟຟ້າແຕ່ງກິນ ມີຫລາຍຄົນຈົ່ມວ່າ ຖ້າຈະຫ້າມກໍຄວນຫ້າມໝົດທຸກຄົນ ທີ່ຜ່ານມາ ຜູ້ທີ່ເປັນປ້ອງກັນ ແລະ ໝູ່ຂອງປ້ອງກັນແມ່ນສາມາດແຕ່ງກິນໄດ້ ຫ້າມແຕ່ຄົນອືື່ນ.
ທັງໝົດນີ້ບໍ່ແມ່ນເພື່ອໃສ່ຮ້າຍປ້າຍສີ ຫຼື ຕຳໜິວິຈານຫໍພັກຊີເກມແຕ່ຢ່າງໃດພຽງແຕ່ຢາກໃຫ້ປັບປຸງໃນສິ່ງທີ່ຍັງບົກພ່ອງໃຫ້ຫໍພັກແຫ່ງນີ້ກາຍເປັນທີ່ພັກທີ່ປອດໄພ, ສາມາດປະກອບສ່ວນຢ່າງຕັ້ງໜ້າແກ່ການສຶກສາຂອງລາວໂດຍສະເພາະນັກສືກສາໃນມະຫາວິທະຍາໄລແຫ່ງຊາດຕໍ່ໄປ.
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment