ຂ່າວສັງຄົມ

ເສຍດາຍອະນາຄົດສາວທີ່ຢາກລວຍໄວຄ້າຢາໄອສ໌




ທຸກວັນນີ້ສັງຄົມເປີດກວ້າງຈະເຮັດທຸລະກິດຄ້າຂາຍແບບໃດກໍ່ສາມາດລ້ຽງຊີບໄດ້ຂໍພຽງມີໃຈມຸ້ງໝັ້ນ ແລະບໍ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ບໍ່ຮູ້ສາວໃນຂ່າວນີ້ຄິດຈັ່ງໃດເລືອກຄ້າຂາຍຢາເສບຕິດແບບຂາຍງ່າຍກິນງ່າຍໄດ້ເງິນໄວກຳໄລຫຼາຍ ຊຶ່ງບໍ່ມັກຍືນຍົງ.

ຈັບຜູ້ຄ້າຢາຊຸດນີ້ເປັນຜົນງານຂອງເຈົ້າໝ້າທີ່ປກສເມືອງໂພນໂຮງອີກແລ້ວ, ແຕ່ບໍ່ແມ່ນວ່າມີແຕ່ຢູ່ແຂວງວຽງຈັນທີ່ມີພວກຄ້າຢາ ແຂວງອື່ນກໍ່ມີຫຼາຍຫາກບໍ່ໄດ້ສົ່ງຂ່າວກໍ່ພຽງເທົ່ານັ້ນ. ຄະດີນີ້ເຈົ້າໜ້າທີ່ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດໃນທ້າຍເດືອນ ມີຖຸນາ ທີ່ຜ່ານມາ ຢູ່ບ້ານນາຊູເມືອງໂພນໂຮງ ຊຶ່ງສາມາດກັກຕົວຜູ້ຖືກຫາ 2 ຄົນ ພ້ອມຂອງກາງຢາໄອສ໌ ຈຳນວນ2 ຖົງ.

ເຈົ້າທີ່ ປກສ ເມືອງໂພນໂຮງ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບການລາຍງານວ່າ: ເປົ້າໝາຍເຄື່ອນໄຫວຊື້ຂາຍຢາເສບຕິດ.ກໍໄດ້ຈຶ່ງໄດ້ລົງເກັບກໍາຂໍ້ມູນ ມາຮອດວັນທີ 26 ມີຖຸນາ ກໍໄດ້ກັກຕົວເປົ້າໝາຍ 2ຄົນ ຊື່ນາງລັດສະໝີ ອາຍຸ24 ປີ ຢູ່ບ້ານນາຊູແລະທ້າວພູເຂົາອາຍຸ30ປີຢູ່ບ້ານນາໂພເໜືອເມືອງໂພນໂຮງແຂວງວຽງຈັນ ພ້ອມຢາໄອສ໌ ຈຳນວນ 2 ຖົງ.


ຜ່ານການສອບສ່ວນ ນາງລັດສະໝີ ສາລະພາບວ່າ: ຢາໄອ້ຈຳນວນ2ຖົງ ແມ່ນໄດ້ຮັບມານໍາທ້າວພູເຂົາ ແລະ ໄລຍະຜ່ານມາຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາບ້າມາແຕ່ປີ 2015 ຢາບ້າທີ່ນໍາໄປຂາຍ ແມ່ນຊື້ຊາຍບໍ່ຊາບຊື່ ຢູ່ເຂດບ້ານໂພນໝີຈໍານວນຫຼາຍຄັ້ງ, ຄັ້ງລະ 50-100 ເມັດແລະ ຊື້ຢາໄອສ໌ ເທື່ອລະ 2 ຖົງ ເມື່ອໄດ້ຢາມາແລ້ວກໍນຳໄປຂາຍໃຫ້ກັບກຸ່ມໄວລຸ້ນທີ່ຜົ້ວສຸມເສບຢາຢູໄປພາຍໃນບ້ານແລະ ບ້ານໃກ້ຄຽງ. ມາວັນທີ 22 ມິຖຸນາ 2017 ຜູ້ກ່ຽວໄດ້ໂທລະສັບສັງຊື້ຢາໄອຈຳນວນ 5 ຖົງມາຮອດວັນທີ 26 ມີຖຸນາ 2017ຜູ້ກ່ຽວໄດ້ໂທຫາ ທ້າວພູເຂົາມາຫາຢູ່ເຮືອນ ແລ້ວພາກັນໄປເອົາຢາໄອສ໌ໄປຂາຍຢູ່ເຂດບ້ານນາລ້ອງຄູນພໍໄປຮອດເຂດບ້ານໂພນສະຫວາດ ກໍຖືກເຈົ້າໜ້າທີ່ ປກສ ກັກຕົວ ພ້ອມຢາໄອຈຳນວນ2ຖົງທີ່ຊຸກເຊື່ອງໄວ້ໄນກ້ອງເບາະລົດຈັກ.
ສ່ວນທ້າວພູເຂົາສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 2013 ເປັນຕົ້ນມາ, ເສບມືລະ 1-2 ເມັດ. ມາປີ 2015 ກໍໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ຢາບ້າທີ່ນໍາມາຂາຍແມ່ນຊື້ຢູ່ເຂດບ້ານໂພນໝີ ເມືອງໂພນໂຮງແຂວງວຽງຈັນພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປສົ່ງໃຫ້ນາງ ລັດສະໝີ ແລະ ຂາຍໃຫ້ກຸ່ມໄວລຸ້ນທີ່ພາກັນມົ້ວສຸມເສບຢາຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.