ການພັດທະນາ

ດ່ວນ! ບໍລິສັດເອກະຊົນ ທຸ່ມງົບ 5 ລ້ານໂດລາ ເຂົ້າພັດທະນາ ວັດຊຽງຄວນ ໃຫ້ເປັນທີ່ສຸດຂອງແຫລ່ງທ່ອງທ່ຽວໃນນະຄອນຫຼວງວຽງຈັນ



ບໍລິສັດທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ  ຈະເຂົ້າພັດທະນາວັດຊຽງຄວນ ຄືນໃໝ່ ດ້ວຍມູນຄ່າການລົງທຶນ 5 ລ້ານໂດລາ ມີໄລຍະສຳປະທານຍາວເຖິງ 30 ປີ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ, ຜູ້ອຳນວຍການບໍລິສັດ ທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ ກ່າວວ່າ: ພວກເຮົາເຫັນວ່າສະຖານທີ່ທ່ອງທ່ຽວວັດຊຽງຄວນ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ທີ່ຫຼາກຫຼາຍ. ສະນັ້ນ, ບໍລິສັດພວກເຮົາມີຄວາມສົນໃຈ ແລະ ສຶກສາຄວາມເປັນໄປໄດ້ດ້ວຍການສຳຫຼວດ ແລະ ວາງແຜນພັດທະນາສະຖານທີ່ດັ່ງກ່າວຄືນໃໝ່ ທັງເປັນການສ້າງລາຍຮັບດ້ານການທ່ອງ ທ່ຽວໃຫ້ແກ່ເມືອງນຳອີກ.

ທ່ານກ່າວຕື່ມວ່າ: ເມື່ອເປັນແນວນັ້ນ ທາງບໍລິສັດພວກເຮົາກໍ່ຂໍອະນຸຍາດຈາກອຳນາດການປົກຄອງເມືອງ ດ້ວຍການລົງທຶນເອງທັງໝົດເພື່ອພັດທະນາຄືນໃໝ່ ດ້ວຍຮູບການເຊົ່າສຳປະທານ 30 ປີ ມີມູນຄ່າການລົງທຶນທັງໝົດ 5 ລ້ານໂດລາ ປະກອບມີ 7 ໜ້າວຽກດັ່ງນີ້: 1). ກໍ່ສ້າງປະຕູໂຂງ ແລະ ກຳແພງອ້ອມສວນທີ່ເປັນເອກະລັກທາງດ້ານວັດທະນະທຳ; 2). ປະຕິສັງຂອນພຣະພຸດຣູບ ແລະ ວັດຖຸບູຮານ ເພື່ອໃຫ້ຄົງຢູ່ ແລະ ສວຍງາມຕາມສະພາບເດີມ; 3). ປັບປຸງ ແລະ ກໍ່ສ້າງເສັ້ນທາງພາຍໃນສວນ; 4). ກໍ່ສ້າງສວນສາທາລະນະ, ປູກຫຍ້າ ແລະ ຕົ້ນໄມ້ປະດັບ; 5). ກໍ່ສ້າງຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ, ເວທີສະແດງ ເພື່ອຮັບໃຊ້ແຂກທີ່ມາທ່ຽວພາຍໃນສວນ; 6). ກໍ່ສ້າງຫ້ອງນ້ຳສະອາດ; 7). ປັບປຸງສະຖານທີ່ຈອດລົດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ທ່ານ ບຸນຕົງ ພອນສະຫວັດ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ປະຈຳເມືອງຫາດຊາຍຟອງ ໃນນາມເປັນຄູ່ສັນຍາສອງຝ່າຍ ໃຫ້ຮູ້ວ່າ: ໃນບົດວິພາກເສດຖະກິດຂອງບໍລິສັດທີ່ສະ ເໜີມານີ້ທາງພາກສ່ວນກ່ຽວຂ້ອງຂອງເມືອງກໍ່ເຫັນດີເປັນເອກະພາບໃຫ້ບໍລິສັດເຂົ້າສຳປະທານ ເພື່ອພັດທະນາສິ່ງທີ່ມີຢູ່ໃຫ້ມີຄວາມສວຍງາມຍິ່ງຂຶ້ນ. ສຳລັບການດຳເນີນໂຄງການແບ່ງອອກເປັນ 4 ໄລຍະ ເປັນຕົ້ນແມ່ນ: ການສ້າງບົດວິພາກເສດຖະກິດ-ເຕັກນິກ; ການອອກແບບລະອຽດກ່ຽວກັບແຜນຜັງການກໍ່ສ້າງ; ການຂໍອະນຸຍາດດຳເນີນໂຄງການ ແລະ ການຈັດຕັ້ງປະຕິບັດໂຄງການ.


ພິທີລົງນາມເຊັນສັນຍາການສຳປະທານສວນວັດທະນະທຳຊຽງຄວນ ຈັດຂຶ້ນເຊົ້າວານນີ້ ທີ່ສວນວັດທະນະທຳຂອງບໍລິສັດອິນແປງກຣຸບ ໂດຍເປັນການລົງນາມຮ່ວມກັນຂອງທ່ານ ທ່ານ ບຸນຕົງ ພອນສະຫວັດ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ປະຈຳເມືອງຫາດຊາຍຟອງ ກັບ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ, ຜູ້ອຳນວຍການບໍລິສັດ ໂດຍຊ້ອງໜ້າທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງໆຫາດຊາຍຟອງ, ມີຜ້ຕາງໜ້າຈາກພະແນກແຜນການ ນ.ວ, ພະແນກການເງິນ ແລະ ຂະ ແໜງການກ່ຽວຂ້ອງເຂົ້າຮ່ວມ.



ແຫລ່ງທີ່ມາ ຈາກຫນັງສືພິມເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

2 comments:

  1. Hi there -- you have used my photo on your site. Can you please give a credit back to my website www.manonthelam.com please, or remove the photo.

    Thanks,
    Raymond Walsh

    ReplyDelete
  2. https://manonthelam.com

    ReplyDelete

Powered by Blogger.