ຂ່າວດີ

ປາໂທ້!!! ແຮງງານລາວ ເກືອບແສນຄົນເຮັດວຽກຢູ່ໄທແບບບໍ່ຖືກກົດໝາຍ



ເຫັນຫົວຂໍ້ຂ່າວຢ່າຟ້າວຕົກໃຈ ຄວາມຈິງກໍ່ເປັນແບບນັ້ນ ທີ່ມີຄົນຕ່າງດ້າວຈຳນວນຫຼວງຫຼາຍໄປເຮັດວຽກຢູ່ໄທແບບຜິດກົດໝາຍ ການຜິດກົດໝາຍໃນທີ່ນີ້ແມ່ນບໍ່ມີໃບອະນຸຍາດອອກແຮງງານຢ່າງຖືກຕ້ອງໃນນັ້ນລວມກໍ່ມີຄົນລາວເກືອບ 1 ແສນຄົນທີ່ຕ້ອງໄດ້ເຮັດໜັງສືໃໝ່ຈິ່ງສາມາດສືບຕໍ່ເຮັດວຽກໃຫ້ປະເທດໄທໄດ້.

ຊື່ງແຮງງານງຈຳນວນທີ່ວ່ານີ້ມີທັງໝົດ 70 ພັນຄົນ ແລະພວກເຂົາເຫຼົ່ານັ້ນກຳລັງຈະໄດ້ຮັບການຂຶ້ນທະບຽນໃຫ້ເປັນແຮງງານຕ່າງດ້າວທີ່ຖືກກົດໝາຍ ມີໃບອະຍາດອອກແຮງງານຢ່າງຖືກຕ້ອງໃນເມືອງໄທ ໂດຍການຮ່ວມມືລະຫວ່າງລັດຖະບານລາວ ແລະທາງການໄທເພິ່ນຈະເປີດຮັບການຂຶ້ນທະບຽນນັບແຕ່ວັນທີ 28 ສິງຫາ 2017 ນີ້ໄປຈົນເຖິງ ວັນທີ 16 ມັງກອນ 2018.


ຮູູບປະກອບຂ່າວ

ເຈົ້າໜ້າທີ່ຈາກກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ຮູ້ກ່ຽວກັບແຜນຂອງຄະນະປະຕິບັດງານໜ່ວຍງານປັບສະຖານະພາບ ແຮງງານ ທີ່ເຮັດວຽກຢູ່ປະເທດໄທແບບບໍ່ຖືກຕ້ອງວ່າ: ມາຮອດປະຈຸບັນ ຄະນະປະຕິບັດງານ ໄດ້ອອກເດີນທາງໄປກຸງເທບ ປະເທດໄທເປັນທີ່ຮຽບຮ້ອຍແລ້ວ ຄະນະດັ່ງກ່າວມີຈຳນວນ 32 ທ່ານ ໃນນີ້ເປັນພະນັກງານລັດ 18 ທ່ານ ແລະ ອີກສ່ວນໜຶ່ງແມ່ນພະນັກງານທີ່ມາຈາກ 3 ບໍລິສັດຈັດຫາງານ ເພື່ອປະ ກອບສ່ວນເຮັດວຽກໃຫ້ບໍລິການໜ່ວຍງານປັບສະຖາພາບແຮງງານລາວ.

ຮູບປະກອບ

ສຳລັບສະຖານທີ່ ທີ່ແຮງງານລາວ ສາມາດມາປັບສະຖານະແຮງງານໃຫ້ຖືກຕ້ອງ ແມ່ນຕັ້ງຢູ່ ຊັ້ນ 3 ຂອງຕຶກ IT Square ເຂດຫຼັກ 4 ກຸງເທບເປີດບໍລິການວັນຈັນ ຮອດວັນເສົາ ເວລາ 8:00 – 17:00ໂມງ.

ສ່ວນກົນໄກໃນການປະຕິບັດມີຄື: ຂັ້ນຕອນທີ 1 ປະກອບຂໍ້ມູນຂອງແຮງງານໃສ່ແບບຟອມ ທີ່ທາງການລາວອອກໄວ້ ແລະ ຖ່າຍຮູບລົງຄອມພິວເຕີ ແລະ ຕິດຮູບໃສ່ແບບຟອມສຳພາດ; ຂັ້ນຕອນທີ2 ສຳພາດແຮງງານເພື່ອພິສູດຄວາມເປັນພົນລະເມືອງລາວ; ຂັ້ນຕອນທີ 3 ເກັບຄ່າທຳນຽມ ແລະ ຄ່າບໍລິການ ຈຳນວນ 2.000 ບາດ ຫຼື ປະມານ 500.000 ກີບ ຖ້າມີຜູ້ຕິດຕາມແມ່ນ 400 ບາດຕໍ່ຄົນ ຫຼື ປະມານ 100.000 ກີບຕໍ່ຄົນ; ຂັ້ນຕອນທີ 4 ພິມຂໍ້ມູນຂອງແຮງງານລົງເຄື່ອງຄອມພິວເຕີ ແລະ ພິມບັດຊີໄອ ແລະ ບັດແຮງງານອອກ; ຂັ້ນຕອນທີ 5 ລົງລາຍເຊັນໃສ່ບັັດຊິໄອ ແລະ ບັດແຮງງານ;ຂັ້ນຕອນທີ 6 ລິດບັດຊີໄອແລະ ຂັ້ນຕອນທີ 7 ແຈກບັດຊີໄອ ແລະ ບັດແຮງງານໃຫ້ຜູ້ອອກບັດແຮງງານເພື່ອດຳເນີນການຕໍ່ໄປ.

ແຫຼ່ງຂ່າວ: ຊີອາໄອ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.