ລັດຖະບານ

10 ວຽກຈຸດສຸມ ທີ່ລັດຖະບານ ຈະເຮັດໃນເດືອນກັນຍາ ມີຫຍັງແດ່... ກົດອ່ານເລີຍ






ເດືອນກັນຍາ ເປັນເດືອນສຸດທ້າຍຂອງໄຕມາດທີ 3 ຂອງປີ 2017, ເປັນເດືອນໜື່ງທີ່ສະມາຊິກລັດຖະບານ ຈະໄດ້ເຂົ້າຮ່ວມຫຼາຍກອງປະຊຸມສຳຄັນ (ກອງປະຊຸມລັດຖະບານເປີດກວ້າງ, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ການເຄື່ອນໄຫວຢ້ຽມຢາມຕ່າງປະເທດຈໍານວນໜື່ງ). 

ທ່ານນາຍົກລັດຖະມົນຕີ  ທອງລູນ ສີສຸລິດ ກ່າວໃນກອງປະຊຸມສະໄຫມສາມັນປະຈຳເດືອນສິງຫາ 2017 ທີີ່ມີຂຶ້ນໃນທ້າຍອາທິດຜ່ານມາ ໂດຍໄດ້ຮຽກຮ້ອງໃຫ້ສະມາ ຊິກລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມສໍາຄັນໃນເດືອນກັນຍາ ນີ້ ເປັນຕົ້ນ:


1. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງລະອຽດ ແລະ ເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ການພັດທະນາຂອງປະເທດເຮົາ ສືບຕໍ່ການເຄື່ອນໄຫວຕ່າງປະເທດ ຢ່າງເປັນເຈົ້າການ ແລະ ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວຢ້ຽມຢາມຕ່າງປະເທດ ຂອງການນໍາພັກ-ລັດ ຕາມແຜນທີ່ໄດ້ກຳນົດ ໃຫ້ໄດ້ຮັບໝາກຜົນສູງ.

2. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ  ໂດຍສະເພາະແມ່ນການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ທີ່ຍັງບໍ່ທັນຫຼຸດລົງ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ການປູ້ນຈີ້ຊີງຊັບ ແລະ ບັນຫາອື່ນໆ. ສະເພາະເດືອນນີ້, ພວກເຮົາກໍໄດ້ຮັບລາຍງານ ກ່ຽວກັບກັບ ການລັກຊັບສິນຂອງຊາວຕ່າງປະເທດ ທີ່ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງຫາກຍັງແຜ່ຂະຫຍາຍຕໍ່ໄປ ກໍຈະກະທົບເຖິງຄວາມສະຫງົບ, ຊື່ສຽງ, ຄວາມໜ້າຢູ່, ໜ້າທ່ຽວ ແລະ ໜ້າລົງທຶນ ຂອງປະເທດເຮົາ ຕໍ່ສາກົນ ແລະ ກໍຈະກະທົບໂດຍກົງ ຕໍ່ການເປີດປີທ່ອງທ່ຽວ ໃນປີ 2018 ທີ່ຈະມາເຖິງ. ດັ່ງນັ້ນ, ຢາກໃຫ້ເອົາໃຈໃສ່ແກ້ໄຂບັນຫານີ້ໃຫ້ໄດ້.



3. ກະກຽມກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນ ຫຼວງວຽງຈັນ ເຊິ່ງຈະຈັດຂຶ້ນ ໃນວັນທີ 7-8 ກັນຍາ ໃຫ້ມີເນື້ອໃນເລິກເຊີ່ງ. ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງນີ້ມີຄວາມໝາຍສໍາຄັນຫຼາຍ ເພາະພວກເຮົາຈະໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນການສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ ຂອງປີ 2017 ແລະ ແຜນພັດທະນາເສດຖະກິດສັງຄົມ ສຳລັບປີ 2018. ບົດສະຫຼຸບດັ່ງກ່າວນີ້ ຈະໄດ້ລາຍງານຕໍ່ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກພັກ ເທື່ອທີ 5  ໃນກາງເດືອນກັນຍາ ແລະ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 4  ໃນເດືອນຕຸລາ ທີ່ຈະມາເຖິງ. 

ແຕ່ນີ້ຮອດມື້ປະຊຸມກໍຍັງແຕ່ 2 ອາທິດ, ດັ່ງນັ້ນ,ຈຶ່ງຢາກສະເໜີໃຫ້ພາກສ່ວນກ່ຽວຂ້ອງ ໂດຍສະເພາະພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ກະກຽມເນື້ອໃນ ແລະ ການລາຍງານຂອງຕົນ ໃຫ້ກະທັດຮັດ, ມີເນື້ອໃນຊັດເຈນ ແລະ ສາມາດລົງເລິກປະເດັນທີ່ຈະປຶກສາຫາລື ໃນກອງປະຊຸມ ເພື່ອໃຫ້ສາມາດລະດົມຄວາມຄິດເຫັນ ແລະ ປັບປຸງ ເພື່ອລາຍງານຕໍ່ກອງປະຊຸມສູນກາງ ແລະ ກອງປະຊຸມສະພາດັ່ງກ່າວ. ພ້ອມນີ້, ກໍໃຫ້ຮີບຮ້ອນປັງປຸງ ແລະ ຮຽບຮຽງ ຮ່າງກົດໝາຍ 13 ສະບັບ ທີ່ຈະນຳໄປຜ່ານກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 4  ໃນເດືອນຕຸລາ ໃຫ້ສຳເລັດ ແລ້ວສົ່ງໃຫ້ຄະນະ ປະຈຳສະພາແຫ່ງຊາດ ທັນຕາມກຳນົດເວລາ.


4. ສືບຕໍ່ສັງລວມ ແລະ ຄົ້ນຄວ້າແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບ ອວ່າຍໜີ້ 3 ແຈ ແລະ ວິທີການແກ້ໄຂອື່ນໆ ທີ່ເໝາະສົມ ໃຫ້ສຳເລັດໂດຍໄວ. ສືບຕໍ່ຄົ້ນຄວ້າ ປະເມີນໂຄງການລົງທຶນຂອງລັດ ກ່ອນພິຈາລະນາເຂົ້າແຜນ ໂດຍເນັ້ນໃສ່ປະສີດທິຜົນຂອງໂຄງການ, ຄວາມອາດສາມາດໃນການສະໜອງງົບປະມານ ແລະ ການຫຼຸດຜ່ອນການສ້າງໜີ້ສິນເພີ່ມ ໃຫ້ແກ່ງົບປະມານແຫ່ງຊາດ ທີ່ຍັງບໍ່ທັນເຂັ້ມແຂງ, ສືບຕໍ່ປັບປຸງລັດວິສາຫະກິດ ໂດຍສະເພາະ ລັດວິສາຫະກິດການບີນລາວ ແລະ ລັດວິສາຫະກິດໄຟຟ້າລາວ ໃຫ້ມີຄວາມຄືບໜ້າໄວຂຶ້ນ. ວຽກງານດັ່ງກ່າວນີ້ ຍັງປະຕິບັດໄດ້ຊັກຊ້າ. ດັ່ງນັ້ນ, ຍາກໃຫ້ເອົາໃຈໃສ່ ແລະ ເລັ່ງປະຕິບັດໃຫ້ໄວຂຶ້ນ;


5. ໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການ ຂອງບັນດາຫົວໜ່ວຍການຜະລິດ ແລະ ປະຊາຊົນ ໃຫ້ເປັນຂະບວນຟົດຟື້ນ ທັງຮັບປະກັນໃຫ້ມີຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍຂຶ້ນ. ພ້ອມນີ້ ກໍໃຫ້ເອົາໃຈ ໃສ່ຄຸ້ມຄອງ ການນຳເຂົ້າສິນຄ້າ ແລະ ເຄື່ອງບໍລິໂພກ ທີ່ມີຄວາມສ່ຽງ ຕໍ່ສຸຂະພາບຂອງປະຊາຊົນ ທັງກະທົບຕໍ່ການຜະລິດພາຍໃນເຊັ່ນ: ການນຳເຂົ້າຊີ້ນສັດ, ພືດ ແລະ ເຄື່ອງບໍລິໂພກ ທີ່ມີສານປົນເປື້ອນ. ໃນເດືອນຜ່ານມາ ລັດຖະບານກໍໄດ້ຈັດກອງປະຊຸມສະເພາະ ແລະ ໄດ້ຊີ້ນຳຂະແໜງການ ແລະ ພາກສ່ວນກ່ຽວຂ້ອງແລ້ວ. ດັ່ງນັ້ນ, ໃຫ້ຈັດຕັ້ງປະຕິບັດຕາມຈິດໃຈຊີ້ນຳດັ່ງກ່າວຢ່າງເຂັ້ມງວດ.


 6. ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະ ແຈ້ງເຕືອນປະຊາຊົນ ພ້ອມທັງກະກຽມຄວາມພ້ອມໃນການ ຮັບມື, ແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນໃຫ້ທັນການ ໃຫ້ຮີບຮ້ອນ ປັບປຸງດ້ານນິຕິກຳ ແລະ ກົນໄກປະສານງານ ເພື່ອໃຫ້ຄະນະຮັບຜິດຊອບວຽກງານໄພພິບັດແຫ່ງຊາດ ສາມາດເຄື່ອນໄຫວຢ່າງຄ່ອງຕົວ ແລະ ມີປະສິດທິຜົນ ໃນການຮັບມືກັບ ໄພພິບັດທຳມະຊາດ ແລະ ຊ່ວຍເຫຼືອປະຊາຊົນ.


7. ສືບຕໍ່ເອົາໃຈໃສ່ເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດຕິດຕໍ່ ທີ່ອາດຈະເກີດຂຶ້ນຕາມລະດູການ ເປັນຕົ້ນແມ່ນ ພະຍາດໄຂ້ຫວັດໃຫຍ່, ໄຂ້ຫວັດສັດປີກ (H5N1, H7N9), ຫູໝູກ່ຳ, ປາກເປື່ອຍລົງເລັບ, ທ້ອງເບັງແບ້ ແລະ ພະຍາດລະບາດອື່ນໆ ທີ່ອາດມີສາຍເຫດຈາກໄພທຳມະຊາດ.


8. ຮີບຮ້ອນກວດກາ ແລະ ປະເມີນສະພາບເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ຫຼື ຊຸດໂຊມມາຈາກການ  ນຳໃຊ້ປົກກະຕິ ໃນຂອບເຂດທົ່ວປະເທດ ໃຫ້ສ້າງແຜນ ແລະ ຈັດລຽງບູລິມະສິດສ້ອມແປງຢ່າງທັນການ, ແຈ່ໃຫ້ປະຕິບັດສອດຄ່ອງຕາມລະບຽບການ, ມີຄວາມໂປ່ງໄສ, ວ່ອງໄວ ແລະ ເໝາະສົມກັບງົບປະມານ ເພື່ອບໍ່ໃຫ້ ກະທົບຕໍ່ການສັນຈອນ-ຂົນສົ່ງ ແລະ ການເຄື່ອນໄຫວຜະລິດຂອງປະຊາຊົນ. ສືບຕໍ່ໃຫ້ເອົາໃຈໃສ່ກວດກາການ ບັນທຸສິນຄ້າຂົນ ສົ່ງເກີນນໍ້າໜັກ ແລະ ຈໍາກັດຊ່ອງວ່າງບໍ່ໃຫ້ເຈົ້າໜ້າທີ່ສວຍ ໂອກາດເກັບເງິນ ໂດຍບໍ່ຖືກຕ້ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ.


9. ກະກຽມຮອບດ້ານການເປີດສົກຮຽນໃໝ່ ສົກປີ 2017-2018 ຂອງນັກຮຽນນັກສຶກສາ ໃຫ້ເປັນລະບົບ ລະບຽບ ຖືເອົາໄລຍະເປີດສົກຮຽນໃໝ່ ເປັນໂອກາດສຳຄັນ ໃນການສຶກສາອົມ ຮົມນັກຮຽນນັກສຶກສາ ໃຫ້ເອົາໃຈໃສ່ໃນການຮ່ຳຮຽນ, ມີນ້ຳໃຈຮັກຊາດ, ມີຄວາມພະຍາຍາມອົດທົນ, ມີຄວາມເສຍສະຫຼະ, ຫຼີກໄກຢາເສບຕິດ ແລະ ຖຶກເອົາຄວາມເອົາໃຈໃສ່ ໃນການຮ່ຳຮຽນ ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະ ເທດຊາດ.
     
10. ບັນດາສະມາຊິກລັດຖະບານ ສືບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ  ກວດກາການຈັດຕັ້ງປະຕິບັດບັນດາ ວຽກງານຈຸດສຸມ ພາຍໃຕ້ຄາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ ພ້ອມທັງ ມີການສະຫຼຸບລາຍງານ ໃຫ້ລັດຖະບານຢ່າງເປັນປົກກະຕິ ຕາມກຳນົດເວລາ.

ແຫລ່ງ: ກົມປະຊາສຳພັນ, ຫສນຍ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.