ຂ່າວຕ່າງປະເທດ

ຍີ່ປຸ່ນ ໂວຍວາຍ ປະນາມການທົດລອງລູກສອນໄຟຂ້າມຫົວປະເທດຕົນ ຂອງສປປ.ເກົາຫຼີ



(VOVWORLD) ວັນທີ 29 ສິງຫາ, ທ່ານຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Yoshihide Suga ໃຫ້ຮູ້ວ່າ:ປະເທດນີ້ໄດ້ກ່າວປະນາມດ້ວຍບັນດາຄຳເວົ້າເຂັ້ມແຂງທີ່ສຸດກ່ຽວກັບເຫດຍິງລູກສອນໄຟທີ່ສປປ.ເກົາຫຼີ ທີ່ຫາກໍ່ປະຕິບັດໃນຕອນເຊົ້າວັນດຽວກັນ.

ທ່ານ Yoshihide Suga ຕີລາຄາວ່າ ເຫດຍິງລູກສອນໄຟຄັ້ງນີ້ຂອງສປປ.ເກົາຫຼີ ໄດ້ສ້າງໄພນາບຂູ່ຢ່າງ
ຮ້າຍແຮງເຖິງຄວາມສະຫງົບຂອງຍີ່ປຸ່ນ ແລະ ໃຫ້ຮູ້ວ່າ: ລັດຖະບານຍີ່ປຸ່ນ ຈະປະຕິບັດບັນດາມາດ
ຕະການທີ່ຈຳເປັນ. 


ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ຖະແຫຼງວ່າ: ທ່ານຈະເຮັດທຸກສິ່ງທຸກຢ່າງ
ຕາມຄວາມສາມາດທີ່ຈະເຮັດໃດ້ ເພື່ອປົກປ້ອງປະຊາຊົນ.

ຕາມແຈ້ງການຂອງລັດຖະບານຍີ່ປຸ່ນ ແລ້ວ, ລູກສອນໄຟຂອງສປປ.ເກົາຫຼີ ໄດ້ບິນຜ່ານເຂດຜືນ
ແຜ່ນດິນທາງພາກເໜືອຂອງປະເທດນີ້ ໃນເວລາ 6 ໂມງ 06 ນາທີ ຕາມເວລາທ້ອງຖິ່ນ. ແຕ່ກອງທັບຍີ່ປຸ່ນ ພັດບໍ່ຍິງລູກສອນໄຟຂອງສປປ.ເກົາຫຼີ ໃຫ້ຕົກເທື່ອ. 


ຊ່ອງໂທລະພາບ NHK ໃຫ້ຮູ້ວ່າ: ລູກສອນໄຟຂອງສປປ.ເກົາຫຼີ ໄດ້ຕົກຢູ່ເຂດນອກຝັ່ງທະເລ ຫ່າງຈາກເກາະ ຮ໊ອກໄກໂດໄປທາງທິດຕາເວັນຕົກ 1.180 ກ.ມ.


ໃນວັນດຽວກັນ, ກະຊວງປ້ອງກັນປະເທດອາເມລິກາ ຢັ້ງຢືນວ່າ: ສປປ.ເກົາຫຼີ ຫາກໍ່ຍິງລູກສອນ
ໄຟລູກໜຶ່ງ, ແຕ່ເຖິງຢ່າງໃດກໍ່ຕາມ,ເຫດຍິງລູກສອນໄຟດັ່ງກ່າວບໍ່ນາບຂູ່ເຖິງເຂດທາງ
ທິດເໜືອຂອງອາເມລິກາ ແລະ ກອງທັບອາເມລິກາ ພວມສືບຕໍ່ເກັບກຳຂໍ້ມູນຂ່າວຕື່ມອີກ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.