ຂ່າວໄຟໄໝ້

ເຈົ້າຫນ້າທີ່ສະຫລຸບເຫດໄຟໄໝ້ຕະຫລາດຊັ່ງຈຽງ ເກີດຈາກໄຟຟ້າລັດວົງຈອນ



ຫນັງສືພິມລາວພັດທະນາລາຍງານວ່າ: ເມື່ອທ້າຍອາທິດຜ່ານມານີ້, ອົງການປົກຄອງນະຄອນ
ຫລວງວຽງຈັນ ໄດ້ລາຍງານຄວາມຄືບໜ້າການສືບສວນ-ສອບສວນ ສາເຫດໄຟໄໝ້ຕະຫລາດຊັ່ງຈຽງ ໃນເວລາປະມານ 17 ໂມງຂອງວັນທີ 14 ກໍລະກົດຜ່ານມານີ້, ແມ່ນຍ້ອນໄຟຟ້າລັດວົງຈອນ.


ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ອີງໃສ່ພະຍານ, ກ້ອງວົງຈອນປິດ ແລະ ການລົງເກັບ
ກຳຂໍ້ມູນເປັນເວລາກວ່າ 1 ເດືອນ, ເຈົ້າໜ້າທີ່ສາມາດສະຫລຸບໄດ້ວ່າ: ໄຟໄໝ້ສູນການຄ້າດັ່ງກ່າວແມ່ນ
ຍ້ອນໄຟຟ້າລັດວົງຈອນ, ຊຶ່ງສາມາດສັງເກດເຫັນຈຸດເກີດເຫດແມ່ນຢູ່ຫລັງຮ້ານຂາຍເຄື່ອງສຽງ ໜ້າທາງເຂົ້າຊ້າຍມື ແລະ ບວກໃສ່ກັບລະບົບໄຟຟ້າຂອງສູນການຄ້າແມ່ນເກົ່າເຮັດໃຫ້ມີໄຟຊ໋ອດ ແລະ ເກີດໄຟລຸກໄໝ້ຢ່າງໄວວາ.


ສູນການຄ້າສາກົນຊັ່ງຈຽງ ສ້າງຕັ້ງຂຶ້ນກວ່າ 10 ປີແລ້ວ,ໂດຍແມ່ນນັກລົງທຶນຈີນເປັນຜູ້ລົງທຶນສຳ
ປະທານໃນເນື້ອທີ່ດິນທັງໝົດ 17 ເຮັກຕາ ເປັນເວລາ 50 ປີ, ມີຫ້ອງຂາຍເຄື່ອງທັງໝົດ 430 ຫ້ອງ, ຂາຍເຄື່ອງປະເພດເສື້ອຜ້າ, ເກີບ, ກະເປົາ, ເຄື່ອງຫລີ້ນເດັກນ້ອຍ, ຜ້າກັ້ງ, ເຄື່ອງສຽງ ແລະ ອື່ນໆ.


ເມື່ອບໍ່ດົນມານີ້, ເຈົ້າຂອງສູນການຄ້າດ່ັງກ່າວໄດ້ອອກມາສະແດງຄວາມເສຍໃຈຕໍ່ເຫດຮ້າຍທີ່ບໍ່ເພີ່ງປາ
ຖະໜາດັ່ງກ່າວ ແລະ ໄດ້ຢືນຢັນວ່າ:ຈະເລັ່ງຈັດສັນພື້ນທີ່ໃຫ້ຊາວຄ້າຂາຍທີ່ໄດ້ຮັບຜົນກະທົບ
ເພື່ອໃຫ້ເຂົາເຈົ້າມີບ່ອນຂາຍເຄື່ອງໂດຍໄວ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.