ອຸບັດຕິເຫດ

ລົດຕຳແມວ...ແຊ່ຣ ໄລ ໃຫ້ຜູ້ໃຈບຸນຊ່ວຍບໍລິຈາກຄ່າປິ່ວປົວ



ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 ລາຍງານວ່າ:ວັນອັງຄານ ວັນທີ29\08\2017ເວລາ11:50ນາທີໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີສຸກເສີນ1628ວ່າມີລົດຕຳແມວ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເເມວໄດ້ຮັບບາດເຈັບ1ໂຕ ອາການເບື້ອງຕົ້ນແມ່ນ:ຄາງກະໄຕຫັກ ແລະ ຂາຫັກເບື້ອງຂວາ.

ຫນ່ວຍກູ້ໄພໄດ້ນຳໄປຄີນິກໂຮງກາຍະສິນແລ້ວເພີ່ນໄດ້ສັກຢາໃຫ້ແຕ່ເພີ່ນວ່າຕ້ອງໄດ້ນຳສົ່ງໄປສັດຕະວະແພດໃຫຍ່ ເພາະຕ້ອງໄດ້ໃສ່ເຫລັກໃຫ້ມັນ.


ຜູ້ໃດສົນໃຈຮ່ວມບໍລິຈາກໃຫ້ແມວໂຕນີ້ເພື່ອນຳໄປເປັນຄ່າປິ່ນປົວ ແຊ່ຣ ໄລນ ເພື່ອໃຫ້ຜູ້ໃຈບຸນບໍລິຈາກຄ່າປິ່ນປົວໂທຕິດຕໍ່ຫາໜ່ວຍກູ້ໄພມູນນິທິຈີນ ໄດ້ ໂທ1628


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.