ຂ່າວຕ່າງປະເທດ

ລັດເຊຍ ຕັດສິນໃຈດັບສູນພວກກໍ່ການຮ້າຍຢູ່ຊີຣີ


(VOVWORLD) -ລັດເຊຍ ຈະສືບຕໍ່ບັ້ນຮົບການທະຫານຢູ່ຊີຣີ ຈົດຮອດເວລາດັບສູນບັນດາກຸ່ມກໍ່ການຮ້າຍໄດ້ທັງໝົດ. ນີ້ແມ່ນຄຳຖະແຫຼງຂອງຜູ້ບັນຊາການບັນດາກຳລັງປະກອບອາວຸດລັດເຊຍ ປະຈຳຊີຣີ, ພົນໂທ Sergey Surovikin.

ກ່າວຄຳເຫັນທີ່ກອງປະຊຸມໂຕະມົນໃນຂອບເຂດເວທີປາໄສການທະຫານສາກົນ “Army 2017” ໃນວັນທີ 25 ສິງຫາ, ພົນໂທ Sergey Surovikin ຢືນຢັນວ່າ: ບັ້ນກວາດລ້າງບັນດາພາກສ່ວນກໍ່ການຮ້າຍຂອງອົງການກໍ່ການຮ້າຍ IS ແລະ ກຸ່ມ Jabhat Al Nusra ໃນຜືນແຜ່ນດິນຊີຣີ ຈະຖືກດຳເນີນຈົນຮອດເວລາໃດທີ່ບັນດາມືປືນຖືກດັບສູນຢ່າງໝົດກ້ຽງ.



ພົນໂທ Sergey Surovikin ກໍ່ແຈ້ງກ່ຽວກັບເລື່ອງສິ້ນສຸດບັ້ນຮົບດັບສູນບັນດາກຸ່ມກໍ່ການຮ້າຍນ້ອຍຢູ່ເຂດຊາຍແດນລະຫວ່າງຊີຣີ ແລະ ຈໍແດນ ແລະ ອີຣັກ, ກໍ່ຄືສືບຕໍ່ບຸກໂຈມຕີໃສ່ບັນດາພາກສ່ວນກໍ່ການຮ້າຍຢູ່ເຂດຊາຍແດນຊີຣີ - ອີຣັກ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.