ຂ້າຂາຍສັດປ່າ

ເຈົ້າໜ້າທີ່ພາສີດ່ານອັດຕະປີ ຈັບພວກຄ້າສັດປ່າຂ້າມແດນໄດ້ຫຼາຍລາຍການ



ເຈົ້າຫນ້າທີ່ພາສີປະຈຳດ່ານພູເກືອ, ເມືອງພູວົງ, ແຂວງອັດຕະປືໄດ້ສົມທົບກັບຂະແຫນງການກ່ຽວຂອ້ງເພື່ອຈັບກຸມຂະບວນການຄ້າຂາຍສັດປ່າໄດ້ຈຳນວນໜຶ່ງໃນມື້ວັນທີ 23/8/2017.

ໂດຍເຈົ້າທີ່ພາສີໄດ້ກວດກາລົດໂດຍສານຄັນໜຶ່ງຫມາຍເລກທະບງນ 82B- 00483 ຢູ່ຈຸດບາລີແຢຂາອອກໄປຫວຽດນາມ ໄດ້ພົບເຫັນໄມ້, ສັດປ່າເປັນ ແລະຊິ້ນສັດປ່າຈຳນວນໜຶ່ງຢູ່ໃນລົດຄັນດັ່ງກ່າວເປັນຊິ້ນຫມູປ່າ 15 ກິໂລ, ໂຕກະທ້າງເປັນ 5 ຖົງເທົ່າກັບ25ກິໂລ ແລະໄມ້ດູ່ໄມ້ດູ່ຕັບມີນ້ຳໜັກ 42 ກິໂລ.




 ພາຍຫຼັງກວດພົບເຈົ້າໜ້າທີ່ແມ່ນໄດ້ປັບໃຫມຕາມລະບຽບກົດໝາຍພາສີ , ສ່ວນສັດປ່າທີ່ຍັງມີຊີວິດຢູ່ແມ່ນໄດ້ແຕ່ງຕັ້ງກຳມະການນຳໄປປ່ອຍຄືນສູ່ທຳມະຊາດ, ສ່ວນຊິ້ນສັດປ່າໄດ້ທຳລາຍຖີ້ມ ແລະໄມ້ດູ່ 6 ຕັບນັ້ນແມ່ນຮິບໄວ້ຢູ່ສາງພາສີ ເພື່ອປະມູນຂາຍຕໍ່ໄປ.



ຂອບໃຈແຫຼ່ງຂ່າວຈາກ: ວິທະຍຸຊາວໜຸ່ມ FM 90.0 Mhz


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.