ຂ່າວຮ້ອນ

ອີກແລ້ວໂຈນດຶງກະເປົ໋າ ລົດລົ້ມເຈັບຕົວ





ທຸກວັນນີ້ບັນຫາໂຈນດຶງກະເປົ໋າບໍ່ໄດ້ເກີດຂຶ້ນຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ແຕ່ຢູ່ຕ່າງແຂວງກໍ່ມີປະກົດການຫຍໍ້ທໍ້ແບບນີ້ເກີດຂຶ້ນ ເຫດການຫຼ້າສຸດເກີດຂຶ້ນທີ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ ໃນ 9 ໂມງແລງຂອງວັນທີ 24 ສິງຫາ 2017 ນີ້ ຊຶ່ງໂຈນຊົ່ວໄດ້ດຶງກະເປົາສາວຄົນໜຶ່ງເຮັດໃຫ້ລົດລົ້ມລາກໄປກັບພື້ນ, ສາວຜູ້ເຄາະຮ້າຍໄດ້ຮັບບາດເຈັບສົມຄວນປາກແຕກບວມ, ຫົວເຂົ່າມີບາດແຜ ແລະມີຮອຍທະລອກຕາມແຂນຂາເລັກນ້ອຍ.

ເຫດການແບບນີ້ໂຈນມັກລົງມືກັບແມ່ຍິງຕະຫຼອດ, ສະນັ້ນເອື້ອຍນ້ອງແມ່ຍິງເຮົາຈະໄປໃສມາໃສ ຖ້າບໍ່ຈຳເປັນບໍ່ຄວນຖືກະເປົ໋າໂຊໃຫ້ໂຕນເຫັນ ພວກນີ້ລົງມືໄດ້ທຸກເມື່ອຕາບໃດທີ່ພົບເຫຍື່ອ ແລະມີໂອກາດ.







-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.