ຂ່າວສຶກສາ

ໜຶ່ງໄລໜຶ່ງກຳລັງໃຈສົ່ງໃຫ້ຄູຊົນນະບົດ


ຊີວິດຄົນຫຼາຍຄົນໃນເມືອງຫຼວງຢູ່ສະໜຸກສຸກສະບາຍ ມີເງິນຈ່າຍຄ່າຫ້ອງເຊົ່າ ແຕ່ຍັງຕິວ່າທຸກ, ຊ່າງແຕກຕ່າງຈາກຄູອາສານອນຫໍພັກຂາດເຂີນໆມຸງກະແຕະ ຫຼັງຄາຮົ່ວ ເຮັດວຽກຫຼາຍປີບໍ່ໄດ້ເງິນແຕ່ຍັງອົດທົນເພື່ອອະນາຄົດ.


 ສາວວິໄລພອນ ທີ່ເຫັນໃນຮູບເປັນພຽງ 1 ໃນອີກຫຼາຍຄົນທີ່ເປັນຄູອາສາຢູ່ຊົນນະບົດ ພວກເຂົາບາງຄົນກໍ່ໄປນອນຕູບດັ່ງສາວຄູວິໄລພອນ, ຈຳນວນໜຶ່ງກໍ່ໄປພັກອາໄສນຳປະຊາຊົນທີ່ບໍ່ເຂົ້າໃຈພາສາກັນ ແຕ່ກໍ່ອົດທົນເພື່ອວັນຂ້າງໜ້າຈະໄດ້ດີ ທັ້ງທີ່ບໍ່ຮູ້ເລີຍວ່າອີກຈັກປີຈິ່ງຈະໄດ້ຕົວເລກລັດຖະກອນ, ເມື່ອໃດຈະມີຊີວິດການເປັນຢູ່ທີ່ດີຂຶ້ນ.



ຄວາມແຕກຕ່າງຂອງໂຮງຮຽນໃນເມືອງຫ້ອງຮຽນກໍ່ປູນ ທາສີປະດັບປະດາງາມສະຫງ່າ ແຕ່ຍັງບໍ່ມີຜູ້ຢາກຮຽນກົງກັນຂ້າມຢ່າງສິ້ນເຊິງກັບເບົ້າຫຼໍ່ຢູ່ຊົນນະບົດແບບນີ້ ພັດເຕັມໄປດ້ວຍຄົນທີ່ຢາກມາຮຽນສູ້ເພື່ອກ້າວສູ່ຝັນ.



ການໄດ້ຢູ່ກັບສະພາບແວດລ້ອມແບບນີ້ນັບວ່າເປັນຄວາມທຸກເຫຼືອຮ້າຍຂອງຄົນອີກຫຼາຍຄົນທີ່ເກີດມາມີພ້ອມທຸກສິ່ງ ແຕ່ສຳລັບຄົນຊົນນະບົດທີທຸກຍາກຂາດເຂີນແບບນີ້ກໍ່ມີຄວາມສຸກໄດ້.


ຂໍເປັນກຳລັງໃຈໃຫ້ຄູອາສາທຸກຄົນ ຈົ່ງສູ້ທົນເພື່ອສົ່ງຄວາມຮູ້ໃຫ້ນ້ອຍຜູ້ເປັນອະນາຄົດຂອງຊາດ, ນີ້ອາດເປັນຊ່ວງເວລາທີ່ລຳບາກຫຼາຍ ແຕ່ເປັນການປູພື້ນຖານທີ່ດີໃຫ້ກັບບັນດາແມ່ພີມຂອງຊາດໄດ້ມີຄວາມເຂັ້ມແຂງ ແລະກ້າທີ່ຈະຜະເຊີນກັບສິ່ງທ້າທາຍຕ່າງໆໃນວັນຂ້າງໜ້າ.


ທັງໝົດຮູບທີ່ເຫັນໃນບົດຂ່າວນີ້ແມ່ນຢູ່ບ້ານນາແວນ  ເມືອງພຽງ ແຂວງໄຊບູລີ ສາວຄຸວະໄລພອນບອກວ່າຢູ່ໂຮງຮຽນທີ່ນີ້ປະຊາຊົນຍັງທຸກຍາກຫຼາຍ, ນັກຮຽນມາໂຮງຮຽນນຸ່ງເຄື່ອງຂາດຕາບໜ້າຕາບຫຼັງ ບາງຄົນກໍ່ໃສ່ເກີບຫົວຂາດມາຂຶ້ນຫ້ອງແຕ່ພວກເຂົາເຫຼົ່ານັ້ນກໍ່ບໍ່ມີທາງເລືອກ ຜູ້ໃດມີນ້ຳໃຈຢາກຊ່ວຍເຫຼືອກໍ່ຕິດຕໍ່ຫາສາວຄູໄດ້ໂດຍກົງທີ່ເຟສບຸກຊື່ Vilaiyphone Pakunphai


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.