ກິລາ

ອີກບາດກ້າວ! ທີມຈາກລາວ ຊະນະເລີດໃນການແຂ່ງຂັນ e-sports ທີ່ໄທ ໄດ້ສິດໄປລຸ້ນຕໍ່ ທີ່ຟິລິບປິນ


   ສຳລັບຫຼາຍໆຄົນອາດຈະຍັງບໍ່ຮູ້ຈັກຄຳວ່າ e-Sports ແຕ່ໃນມື້ນີ້ທີມຂອງຄົນລາວເຮົາສາມາດຍາດເອົາໄຊຊະນະ ໃນການແຂ່ງຂັນ e-Sports ທີ່ປະເທດໄທ ໃນລາຍການ ROG Master ເຊິ່ງເປັນການແຂ່ງຂັນເກມ DOTA2.

   ເຊີ່ງນັກກິລາ e-Sports ຂອງລາວເຮົາເອງ ເຊີ່ງມີຊື່ທີມວ່າ Aggressive Slayer ກໍໄດ້ແຂ່ງຂັນມາຕັ້ງແຕ່ຮອບອອນໄລນ໌ ຈົນຜ່ານຜ່າອຸປະສັກເຂົ້າມາຮອດຮອບອອຟໄລນ໌ ໄດ້ເຊິ່ງໄດ້ຈັດຂື້ນ ໃນວັນທີ 26-27 ສິງຫາ ທີ່ນະຄອນຫຼວງບາງກອກ ໂດຍເປັນນັດຊິງຊະນະເລີດ.

   ປະກົດວ່າ: ທີມລາວເຮົາເອງກໍສາມາດຄວ້າເອົາໄຊຊະນະ ແລະ ຜ່ານເຂົ້າຮອບຕໍ່ໄປທີ່ຈະຈັດຂື້ນທີ່ປະເທດຟິລິປິນ ທີ່ມີເງີນລາງວັນລວມເຖີງ 200,000 ໂດລາ ແຕ່ໃນຮອບນີ້ທາງທີມຂອງລາວເຮົາທີ່ຊະນະກໍໄດ້ເງິນລາງວັນສະໜັບສະໜູນເປັນຈຳນວນ 50,000 ບາດ ຈາກທາງ ROG Master Thailand.

   ສໍາລັບຜົນງານຄັ້ງນີ້ ຖືເປັນອີກໜື່ງຂີດໝາຍທີ່ບອກວ່າ ປະເທດລາວເຮົາເອງກໍມີນັກແຂ່ງຂັນກິລາ e-Sports ທີ່ມີຝີມືເຊັ່ນກັນບໍໜ້ອຍໜ້າກັບຕ່າງປະເທດ ທີ່ກຳລັງພັດທະນາ ແລະ ຫວັງວ່າທຸກຄົນໃນສັງຄົມຈະໃຫ້ການສະໜັບສະໜູນນັກກິລາ e-Sports ຂອງລາວເຮົາທຸກຄົນ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.