ຂ່າວສັງຄົມ

ບ່ອນຈອດລົດເປັນເຫດ ເຖິງຂັ້ນລົງມືໃສ່ກັນ


ອີກແລ້ວເລື່ອງຂັດແຍ້ງລະຫວ່າງຜູ້ບໍລິການກັບລູກຄ້າ ຮຸນແຮງເຖິງກັບຕ້ອງລົງໄມ້ລົງມື ເປັນຜູ້ຊາຍຕີຜູ້ຍິງອີກ ຕີແລ້ວໄດ້ຫຍັງຂຶ້ນມາ ນອກຈາກຈະເສຍມິດຕະພາບ ພາບພົດຂອງທຸລະກິດກໍ່ຄອຍໄດ້ຮັບຜົນກະທົບໄປນຳ.




ຫາກໍ່ຮູ້ວ່າບ່ອນຈອດລົດຢູ່ສະຖານທີ່ບໍລິການກໍ່ມີເຈົ້າຂອງ, ທີ່ຜ່ານມາເຫັນຢູ່ບ່ອນຈອດລົດຂອງການຈັດຕັ້ງລັດທີ່ໄດ້ກຳນົດບ່ອນຈອດລົດທີ່ຊັດເຈນໃຫ້ແຕ່ລະພາກສ່ວນແທ້ ແຕ່ສຳລັບສະຖານທີ່ບໍລິການຕົວຢ່າງຄືຮ້ານອາຫານຮ້ານຄ້າຕ່າງໆສ່ວນຫຼວງຫຼາຍກໍ່ຈອດຕາມບ່ອນທີ່ຍັງຫວ່າງ ຂໍພຽງຫວ່າງກໍ່ຈອດໄດ້ໂລດ. ຖ້າມີລູກຄ້າມາຫຼາຍຜູ້ໃຫ້ບໍລິການຍິ່ງຕ້ອງສະຫຼະສິດເພື່ອແຂກ.


ແຕ່ເລື່ອງນີ້ແປກໆ ຕາມຂໍ້ຄວາມທີ່ສາວຜູ້ປະສົບເຫດການເລົ່າເລື່ອງທີ່ເກີດຂຶ້ນກັບຕົວເພິ່ນເອງໄປໃຊ້ບໍລິການຢູ່ຮ້ານອາຫານຕົ້ນເຂົ້າວ່າງອາທິດຜ່ານມານີ້ ເພິ່ນເລົ່າວ່າ: “ຜູ້ຊາຍທີ່ເຫັນໃນຮູບຄົນນີ້ເປັນພະນັກງານຕ້ອນຮັບໃນຮ້ານອາຫານໍ ລາວໄດ້ລົງມາຕີຂ້ອຍຍ້ອນສະຖານທີ່ຈອດລົດວ່າຂ້ອຍໄດ້ໄປຈອດລົດຢູ່ບ່ອນລາວເຄີຍຈອດ ລະຂ້ອຍໄປຈອດເເທນບ່ອນລາວກະຍ້ອນເຫັນວ່າມັນວ່າງ ເເລ້ວຂ້ອຍກະວ່າຂີ່ລົດອອກສ່ຳນິບໍ່ໄດ້ກະບໍ່ຕອ້ງຂັບລົດ. ຜູ້ຊາຍຄົນນັ້ນລາວໄດ້ເວົ້າຂື້ນວ່າກູຢາກຈອດບ່ອນນິລະມັນຜິດໃຜກູເປັນເຈົ້າຂອງຮ້ານຮຸ້ນສ່ວນຮ້ານຢູ່ນິ້ ເເລ້ວລາວກະລົງມາຕີຂ້ອຍຂ້ອຍກະໄດ້ຕອບໂຕ້ຄືນເເລ້ວທັງຍັງດູຖູກຂ້ອຍອີກຄ່າຫົວຂ້ອຍສິສໍ່າໃດ. ເເລ້ວລາວກະໄດ້ອອກຈາກຮ້ານໄປໃນເວລາຕໍ່ມາເຈົ້າຂອງຮ້ານໄດ້ໂທໄປບອກໃຫ້ລາວເຂົາມາຮ້ານເພື່ອໂອ້ລົມລາວໄດ້ປະຕິເສດທຸກຂໍ້ກ່າວຫາວ່າຂ້ອຍເປັນຄົນຜິດ ລາວຖືກ ວ່າຂ້ອຍລົງລົດມາໄດ້ຕີລາວກ່ອນລາວຈີ່ງປ້ອງກັນໂຕເເຖມໂທດພະນັກງານໂບກລົດນຳອີກ. ບໍ່ມີຄວາມສຳນຶກເເນ່ບໍ່,ຄວາມເປັນຄົນຄວາມເປັນລູກຜູ້ຊາຍມີຢູ່ຫວາເເນວໃດເຫັນວ່າໂຕເອງເປັນຄົນມີກ່ອນເຂົາລະຊິໂຍນຄວາມຜິດໃຫ້ຄົນທີ່ທຸກກ່ອນ ນິລະເເຕ່ງໂຕດີມີຖານະສຸດທ້າຍກະມາຕີຮອດຜູ້ຍີງເທື່ອໝ້າເອົາສີ້ນມານຸ່ງເດີ້ບ່າວ.”


ຢ່າງໃດກໍ່ຕາມ ເລື່ອງລາວສ່ຳນີ້ຖ້າເປັນພຽງບ່ອນຈອດລົດບໍ່ໜ້າຈະເຖິງຕ້ອງຕີກັນຍ້ອນ, ລາວອັບເດດພຽງແຕ່ສະເໜີຂ່າວຕາມຂໍ້ມູນເບື້ອງຕົ້ນທີ່ເຫັນ ສ່ວນຄວາມຈິງແນວໃດນັ້ນຈະຮູ້ໄດ້ເມື່ອສອງຝ່າຍໄດ້ມາເປີດເຜີຍທັງສອງຝ່າຍ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.