ຂ່າວຕ່າງປະເທດ

ອາເມລິກາມາແປກ! ບອກພ້ອມຊອກຫາມາດຕະການແກ້ໄຂສັນຕິພາບໃນແຫຼມ ເກົາຫຼີ



(VOVWORLD) - ວັນທີ 27 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ຢືນຢັນຫຼັກໝັ້ນຂອງ ອາເມລິກາ ແມ່ນສືບຕໍ່ຊອກຫາມາດຕະການແກ້ໄຂສັນຕິພາບຢູ່ແຫຼມເກົາຫຼີ.

ໃນສະພາວະເກີດບັນດາຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ພາກພື້ນ ອາຊີຕາເວັນຕົກສ່ຽງ
ເໜືອ ພາຍຫລັງ ພຽງຢາງ ຫາກໍ່ຍິງລູກສອນໄຟໄລຍະສັ້ນຢ່າງໜ້ອຍສຸດ 3 ລູກ.


ຜູ້ນຳໜ້າກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ວໍຊິງຕັນ ຖືເຫດຍິງລູກສອນໄຟ
ຄັ້ງຫຼ້າສຸດຂອງ ພຽງຢາງ ແມ່ນການກະທຳເກາະຜິດຕ້ານ ອາເມລິກາ ແລະ ບັນດາພັນທະມິດ.


ເຖິງຢ່າງໃດກໍ່ຕາມ, ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ຢືນຢັນວ່າ ອາເມລິກາ ຈະສົມທົບກັບບັນດາປະເທດພັນທະມິດ ແນໃສ່ກໍ່ຄວາມດັນຕາມແບບສັນຕິພາບຕໍ່ ສປປ.ເກົາຫຼີ. ອາເມລິກາ ກໍ່ຈະຮ່ວມມືກັບ ຈີນ ພິຈາລະນາ ຄວາມສາມາດເກ້ຍກ່ອມ ສປປ.ເກົາຫຼີ ເຂົ້າຮ່ວມການເຈລະຈາ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.