ຕໍ່ກໍລະນີດັ່ງກ່າວໃນວັນທີ 27 ສິງຫານີ້, ໂຄສົກຄະນະກຳມະການຮັກສາຄວາມສະຫງົບແຫ່ງຊາດໄທໄດ້ອອກມາປະຕິເສດ ແລະ ກ່າວວ່າກອງທັບໄທໄດ້ປະຕິບັດຕາມຂອບລະບຽບກົດໝາຍມາໂດຍຕະຫຼອດແລະບໍ່ຫວັງໃຫ້ຄຳເຫັນສ່ວນຕົວຕ່າງໆສົ່ງຜົນກະທົບຕໍ່ສັງຄົມ.
ໜັງສືພິມມະຕິຊົນອອນລາຍຂອງໄທລາຍງານວ່າ: ທ່ານ ວິນໄທ ສຸວະຣີ
ໂຄສົກຄະນະກຳມະການຮັກສາຄວາມສະຫງົບແຫ່ງຊາດໄທກ່າວໃນການຖະແຫຼງຂ່າວໃນວັນທີ
27 ສິງຫານີ້ວ່າ:
ລັດຖະບານທະຫານໄທປົກຄອງປະເທດຢ່າງເປີດເຜີຍ ແລະ ໂປ່ງໃສມາໂດຍຕະຫຼອດ,ຈະບໍ່ກະທຳສິ່ງທີ່ຢູ່ເໜືອຂອບກົດໝາຍ.
ທ່ານ ວິນໄທ ກ່າວວ່າ:
ການກ່າວວ່າກອງທັບໄທອາດຈະຕົກລົງກັບທ່ານນາງ ຍິ່ງລັກ ຊິນນະວັດ
ແລະປ່ອຍອອກປະເທດນັ້ນແມ່ນຄວາມເຫັນສ່ວນຕົວ,
ແລະການກ່າວທີ່ບໍ່ມີຫຼັກຖານອ້າງອີງແບບນີ້ຈະກະທົບຕໍ່ທົ່ວສັງຄົມໄທ
ເຮັດໃຫ້ໄທຕົກຢູ່ໃນສະພາບຄວາມວຸ້ນວາຍທາງການເມືອງຄືເມື່ອກ່ອນຕະຫຼອດໄປ.
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment