ກະຊວງການເງິນ

ທະນາຄານໂລກ ສະຫນອງທຶນ 30 ລ້ານໂດລາໃຫ້ລາວ ໃຊ້ເຂົ້າໃນການຄຸ້ມຄອງຄວາມສ່ຽງຈາກໄພນໍ້າຖ້ວມ




ນະຄອນຫຼວງວຽງຈັນວັນທີ 30 ສິງຫາ 2017. ກະຊວງການເງິນ ແລະ ທະນາຄານໂລກ ໄດ້ເຊັນສັນຍາການສະໜອງທຶນ ຈໍານວນ 30 ລ້ານ ໂດລາສະຫະລັດ ຫລື ປະມານ240ຕື້ກີບ ສໍາລັບ  ໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດໃນອາຊີຕາເວັນອອກສ່ຽງໃຕ້ ສໍາລັບ ສປປ ລາວ (Lao PDR Southeast Asia Disaster Risk Management Project), ຊຶ່ງຈະລົງທຶນໃນ ວຽກງານຄຸ້ມຄອງຄວາມສ່ຽງຈາກໄພນໍາຖ້ວມໃນຕົວເມືອງ ຢູ່ແຂວງອຸດົມໄຊ ແລະ ໃນວຽກງານບໍລິ ການ ດ້ານອຸທົກກະສາດ-ອຸຕຸນິຍົມທີ່ເຊື່ອຖືໄດ້ ໃນທົ່ວປະເທດ. 


ທຶນດັ່ງກ່າວໄດ້ລວມເອົາທຶນຊ່ວຍເຫຼືອລ້າ ຈໍານວນ 1 ລ້ານ ໂດລາສະຫະລັດ ຈາກກອງທຶນຄໍ້າ ປະກັນຄວາມສ່ຽງຈາກ ໄພພິບັດຢູ່ອາຊີຕາເວັນອອກສ່ຽງໃຕ້ (SEADRIF) ຊຶ່ງເປັນກອງທຶນຊ່ວຍເຫຼືອແບບ ຫຼາຍຝ່າຍ, ທີ່ຈະຖືກນໍາໃຊ້ເພື່ອ ຊ່ວຍກະຊວງການເງິນ ໃນການກະກຽມ ແລະ ຈັດຕັ້ງປະຕິບັດເຄື່ອງມືການສະ ໜອງທຶນ ສໍາລັບຄວາມສ່ຽງຈາກໄພພິບັດ.

ທ່ານ ຊອງ ຄຣິດສະຕອບ ແຄຣເຣ (Jean-Christophe Carret) ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ຜູ້ໃໝ່ໄດ້ກ່າວວ່າ:ພວກຂ້າພະເຈົ້າມີຄວາມຍິນດີ ທີ່ໄດ້ເປັນຄູ່ຮ່ວມກັບລັດຖະບານ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນການສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດຟື້ນຕົວຄືນໄດ້ໄວ ຈາກໄພພິບັດ, ຊຶ່ງສອດຄ່ອງກັບຈຸດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020). 


ສປປ ລາວໄດ້ຮັບຜົນກະທົບງ່າຍຈາກໄພພິບັດທາງທໍາມະຊາດ; ສະນັ້ນການລົງທຶນໃນການສ້າງ ຄວາມເຂັ້ມ
ແຂງ ແລະ ຄວາມສາມາດຟື້ນຕົວຄືນໄດ້ໄວ ຈາກໄພພິບັດ ຈະຊ່ວຍສະໜັບສະໜູນ ໃຫ້ແກ່ຄວາມຈະ
ເລີນກ້າວໜ້າທາງດ້ານເສດຖະກິດໃນໄລຍະຍາວ.
 
ໂຄງການນີ້ຄາດວ່າ ຈະນໍາເອົາຜົນປະໂຫຍດໂດຍກົງມາສູ່ປະຊາຊົນ ຈໍານວນ 100.000 ຄົນ ຢູ່ເຂດເມືອງໄຊ ຂອງແຂວງອຸດົມໄຊ ໂດຍຜ່ານ ການຄຸ້ມຄອງຄວາມສ່ຽງຈາກໄພນໍ້າຖ້ວມໃນຕົວເມືອງ ທີ່ຈະຊ່ວຍຫລຸດຜ່ອນ
ຜົນກະທົບຈາກໄພນໍ້າຖ້ວມປະກອບກັບການອອກແບບທີ່ປະດິດສ້າງໃໝ່ ທີ່ຈະຄໍານຶງເຖິງວິທີການດ້ານພື້ນຖານ
ໂຄງລ່າງ ແບບອະເນກປະສົງ ແລະ ສີຂຽວ.


ທ່ານ ເຮນໄຣຄ໌ ບເຣັກຕ໌ (Henrike Brecht) ຜູ້ຊ່ຽວຊານອາວຸໂສ ດ້ານພື້ນຖານໂຄງລ່າງ ຂອງທະນາ
ຄານໂລກ ໄດ້ກ່າວວ່າ: ການລົງທຶນຢູ່ອຸດົມໄຊ ຈະມີຄວາມອາດສາມາດໃນການເອົາເປັນຕົວຢ່າງ ສໍາລັບ
ຕົວເມືອງອື່ນໆຢູ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ .


ສປປ ລາວ ໂດຍລວມ ຈະໄດ້ຮັບຜົນປະໂຫຍດຈາກລະບົບເຕືອນໄພລ່ວງໜ້າ ແລະ ກົນໄກການສະ
ໜອງທຶນເພື່ອ ການຟື້ນຟູຄືນຈາກຜົນກະທົບຂອງໄພພິບັດ ທີ່ມີປະສິດທິພາບ, ຊຶ່ງໂຄງການນີ້ຈະຕອບ
ສະໜອງໃຫ້. ມັນເປັນສ່ວນໜຶ່ງ ຂອງແຜນງານຄຸ້ມຄອງຄວາມສ່ຽງຈາກໄພພິບັດໃນພາກພື້ນ
ອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຮັບທຶນຈາກທະນາຄານໂລກ ທີ່ກວມເອົາທັງໂຄງການຢູ່ກໍາປູເຈຍ ແລະ ມຽນມາ.

 ແຫລ່ງຂ່າວຈາກທະນາຄານໂລກ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.