ກີລາ

ທ່ານ ວີເພັດ ສີຫາຈັກຣ ໂອ້ລົມນັກກິລາທີມຊາດ ຢູ18 ຕ້ອງຊື່ສັດຕໍ່ທີມຊາດ ຫລີກລຽງທີ່ສຸດເລື່ອງລົ້ມບານ


ສະຫະພັນບານເຕະແຫ່ງຊາດລາວລາຍງານວ່າ: ໃນຕອນບ່າຍວັນພຸດ 30 ສິງຫາ 2017 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດ
ລາວ ພ້ອມດ້ວຍ ທ່ານ ຄຳໄພ ປຣະເສີດ ຮອງປະທານ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໂອລົມ ໃຫ້ຄຳໂອວາດ ຕໍ່ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸ 18 ປີ ທີ່ຈະກຽມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸ 18 ປີ ຢູ່ ທີ່ແຂວງ ຢາງກຸງ ປະເທດ ມຽນມາ. 



ທ່ານ ວີເພັດ ສີຫາຈັກຣ ໄດ້ເນັ້ນຫນັກໃຫ້ນັກກິລາໃຫ້ມີຄວາມສາມັກຄີກັນ, ຕັ້ງໃຈຫລິ້ນໃຫ້ສຸດຄວາມ
ສາມາດ, ຫລີກລ້ຽງທີ່ສຸດ ເລື່ອງລົ້ມບານ ແລະ ບໍ່ຊື່ສັດຕໍ່ທີມຊາດຂອງຕົນເອງ.



 ສຳລັບ ລາຍຊື່ ຄະນະຄູຝຶກ ແລະ ນັກກິລາ ປະກອບມີ: 
+ ຄະນະຄູຝຶກ ແລະ ແພດ 
1. ທ່ານ ສົມສະນຸກ ລຽນສະຫວັນ ຜູ້ຈັດການທີມ
 2. MR UBEYDULLAH YAVUZ ຫົວຫນ້າຄູຝຶກ 
3. ທ່ານ ວຽງສະຫວັນ ໄຊຍະບູນ ຜູ້ຊ່ວຍຄູຝຶກ
4. ທ່ານ ວາດສະຫນາ ສີສຸລາດ ຜູ້ຊ່ວຍຄູຝຶກ 
5. ທ່ານ ບຸນມາ ປະຖໍາມະວົງ ຄູຝຶກປະຕູ 
6. ທ່ານ ແສງຈັນ ສີບຸນເຮືອງ ແພດທີມ 
7. ທ່ານ ສີນວນ ວໍລະບຸດ ແພດກາຍະບຳບັດ 
8. ທ່ານ ວັດທະນາ ແກ້ວມີໄຊ ບໍລິຫານທີມ



+ ນັກກິລາ 23 ຄົນ ປະກອບມີ
ຜູ້ຮັກສາປະຕູ  3 ຄົນ
1. ທ້າວ ໄຊນະຄອນ ດາລາແສນ ສະໂມສອນ ລາວໂຕໂຢຕ້າ 
2. ທ້າວ ທັດສະນະ ພະພັກດີ ສະໂມສອນ ດີເຄ 
3. ທ້າວ ປະຕິພົນ ແສງປະເສີດ ສະໂມສອນ ໄອດີຊີ ຈໍາປາສັກ ຢູໄນເຕັດ 
ນັກເຕະ20 ຄົນປະກອບມີ
4. ທ້າວ ຄຳປັນຍາ ແກ້ວດວງເດດ ສະໂມສອນ ເມືອງຈັນທະບູລີ ຊິດຕີ້້ 


5. ທ້າວ ໄຊຍະສິດ ສິງສະຫວ່າງ ສະໂມສອນ ດີເຄ 
6. ທ້າວ ຄຳສະຫງ່າ ພິມມະສອນ ສະໂມສອນ ໄອດີຊີ ຈໍາປາສັກ ຢູໄນເຕັດ 
7. ທ້າວ ພູດທະສິດ ພົມມະໃຈ ສະໂມສອນ ປກສ 
8. ທ້າວ ຊາເວັດ ສາລະພັນ ສະໂມສອນ ປກສ 
9. ທ້າວ ສົມພາວັນ ອິນທະວົງສາ ສະໂມສອນ ດີເຄ


10. ທ້າວ ກິດຕິສັກ ພູມວົງສາ ສະໂມສອນ ມຊ 
11. ທ້າວ ເມກ ອິນສຸມັງ ນະຄອນຫລວງ 
12. ທ້າວ ພິມມະສອນ ຈຳປາທອງ ສະໂມສອນ ປກສ ກອງກາງ 
13. ທ້າວ ອານັນ ອິນທະປັນຍາ ສະໂມສອນ ລາວໂຕໂຢຕ້າ 
14. ທ້າວ ເລັກໂຕຊາ ທອງສະຫວັດ ສະໂມສອນ ລາວໂຕໂຢຕ້າ 


15. ທ້າວ ບຸນພະຈັນ ບຸນກອງ ສະໂມສອນ ທິບ ສະຫວັນ 
16. ທ້າວ ພອນປະເສີດ ລາດຊະວົງ ສະໂມສອນ ເຄພີເອັສ 
17. ທ້າວ ຈັນທະຈອນ ທິໂນລາດ ສະໂມສອນ ປກສ 
18. ທ້າວ ກີ້ດາວອນ ສຸວັນນີ ແຂວງ ຈໍາປາສັກ 
19. ທ້າວ ນິລັນ ອິນທະປັນຍາ ສະໂມສອນ ລາວໂຕໂຢຕ້າ 


20. ທ້າວ ກຽງທະວີສັກ ໄຊຊະນະປັນຍາ ສະໂມສອນ ປກສ ກອງຫນ້າ 
21. ທ້າວ ທັດສະພອນ ໄຊສຸກ ສະໂມສອນ ເມືອງຈັນທະບູລີ ຊິດຕີ້້
 22. ທ້າວ ເອກກະໄມ ລາດຊະຈັກ ສະໂມສອນ ທິບ ສະຫວັນ ເອຟຊີ ອະຄາເດີມີ 
23. ທ້າວ ພຸດທະສອນ ວົງໂກສີ ສະໂມສອນ ປກສ. 


ການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 18 ປີ ຫລື AFF U-18 CHAMPIONSHIP 2017 ຈັດຂຶ້ນ ທີ່ປະເທດ ມຽນມາ ໃນລະຫວ່າງວັນທີ 4-17 ກັນຍາ 2017 ມີ 11 ປະເທດເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື: 
- ກຸ່ມ A : ໄທ, ຕີມໍ ເລສເຕ, ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ລາວ 
- ກຸ່ມ B : ຫວຽດນາມ, ມຽນມາ, ອິນໂດເນເຊຍ, ບຣູໄນ, ຟີລິບປິນ. 



ຕາຕະລາງການແຂ່ງຂັນ 
- ວັນທີ 04 / 9 / 2017 ເວລາ 15:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium. 
- ວັນທີ 06 / 9 / 2017 ເວລາ 18:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາ Thuwunna Stadium.
- ວັນທີ 08 / 9 / 2017 ເວລາ 15:00 ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium. - ວັນທີ 10 / 9 / 2017 ເວລາ 15:00 ຕີມໍ ເລສເຕ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium. 


- ວັນທີ 12 / 9 /2017 ເວລາ 15:00 ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່່ສະຫນາມ Aung San Stadium. 
ທີມຊາດລາວ ຮຸ່ນອາຍຸ 18 ປີ ຈະອອກເດີນທາງໄປ ແຂວງ ຢາງກຸງ ປະເທດ ມຽນມາ ໃນວັນທີ 02 ກັນຍາ 2017 


ຂອບໃຈຮູບພາບແລະຂໍ້ມູນຈາກເຟຈສະຫະພັນບານເຕະແຫ່ງຊາດລາວ Lao Football Federation
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.