ກິລາ

ອໍາລາຊີເກມ 2017! ເຈົ້າພາບ ຄອງເຈົ້າຫຼຽນ ພົບກັນໃໝ່ປີ 2019 ທີ່ຟິລິບປິນ


   ງານມະຫະກໍາກີລາ ຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ລະຫວ່າງວັນທີ 19-30 ສິງຫາ 2017 ປິດສາກຢ່າງເປັນທາງການແລ້ວ ເມື່ອວັນທີ 30 ສິງຫາ ທີ່ຜ່ານມາ ໂດຍ ສປປ ລາວ ສົ່ງ 22 ປະເພດກີລາຈາກນັກກີລາທັງໝົດ 221 ຄົນເຂົ້າຮ່ວມ ປະກົດວ່າ: ຍາດໄດ້ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 21 ຫຼຽນທອງ ລວມເປັນ 26 ຫຼຽນ ( ໄດ້ຈາກ 9 ປະເພດກີລາ ) ຖືກຈັດຢູ່ອັດດັບທີ 9 ຂອງຕາຕະລາງ.

   ພິທີປິດການແຂ່ງຂັນຢ່າງເປັນທາງການເລີ່ມຈັດຂຶ້ນ ເມື່ອວັນທີ 30 ສິງຫາ ທີ່ຜ່ານມາ ຕາມເວລາໃນປະເທດເຮົາ ໂດຍ ທ່ານ ຈິບ ຣາຊັກ ນາຍົກລັດຖະມົນຕີຂອງ ມາເລເຊຍ ໃຫ້ກຽດຂຶ້ນກ່າວສະຫຼຸບຜົນງານຂອງນັກກີລາ ທີ່ສ້າງຜົນງານສຸດຄວາມສາມາດຕະຫຼອດການແຂ່ງຂັນ ແລະ ຮ່ວມຍິນດີກັບຄວາມສໍາເລັດທີ່ໄດ້ມາ ກ່ອນທຸກຄົນຈະຮ່ວມກັນຢືນສະແດງຄວາມເຄົາລົບທຸງຊາດ. ຈາກນັ້ນ, ກໍ່ເປັນລາຍການຂອງເຫຼົ່ານັກກີລາຈາກຊາດຕ່າງໆ ທະຍອຍເຂົ້າສູ່ສະໜາມ ເພື່ອຮ່ວມອໍາລາກັບຊີເກມ 2017 ລວມເຖິງອາສາສະໝັກທົ່ວປະເທດມາເລເຊຍ.

   ສ່ວນການສະແດງຊຸດໃຫຍ່ຂອງເຈົ້າພາບແມ່ນເນັ້ນແສງສີສຽງ ບໍ່ໜ້ອຍໜ້າກັບມື້ເປີດການແຂ່ງຂັນ. ຈາກນັ້ນ, ກໍ່ເປັນລາຍການຂອງ ຟິລິບປິນ ທີ່ອອກມາສະແດງຕໍ່ ເພື່ອເປັນການເຊື້ອເຊີນໃຫ້ທຸກຄົນຮູ້ຈັກ ກ່ອນການແຂ່ງຂັນອີກ 2 ປີຂ້າງໜ້າ ໂດຍມີການສົ່ງຕໍ່ມອບທຸງຊາດ ຊີເກມ ໃຫ້ແກ່ຕົວແທນ ຟິລິບປິນ ເປັນຫຼັກຖານຢືນຢັນສໍາລັບການເປັນເຈົ້າພາບຄັ້ງຕໍ່ໄປໃນຊີເກມ ຄັ້ງທີ 30 ໃນປີ 2019.


   ຂະນະທີ່ ເຈົ້າພາບມາເລເຊຍ ກວາດໄປ 145 ຫຼຽນຄໍາ, 92 ຫຼຽນເງິນ ແລະ 86 ຫຼຽນທອງ ກາຍເປັນເຈົ້າຄອງຫຼຽນຄໍາ, ສ່ວນອັນດັບ 2 ເປັນຂອງ ໄທ 72 ຫຼຽນຄໍາ, 86 ຫຼຽນເງິນ ແລະ 88 ຫຼຽນທອງ ແລະ ອັນດັບ 3 ເປັນຂອງ ສສ ຫວຽດນາມ 58 ຫຼຽນຄໍາ, 50 ຫຼຽນເງິນ ແລະ 60 ຫຼຽນທອງ, ສ່ວນອັບດັບສຸດທ້າຍຂອງຕາຕະລາງຕົກເປັນຂອງ ຕີມໍ ເລັສເຕ ຍາດໄດ້ພຽງ 3 ຫຼຽນທອງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.