ກອງທັບ

ກອງປະຊຸມພົບປະທະຫານສອງຝ່າຍ ລະຫວ່າງກອງທັບປະຊາຊົນລາວ- ສະຫະລັດອາເມລິກາ



ເຈົ້າໜ້ທີ່ອາວຸໂສຈາກສະຖານທູດສະຫະລັດອາເມຣິກາປະຈຳ ສປປ ລາວແລະສູນບັນຊາການກອງທັບສະຫະລັດປະຈຳພາກພື້ນປາຊີຟິກ (USPACOM) ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງຈາກກະຊວງປ້ອງກັນປະເທດ ຂອງ ສປປ ລາວໃນກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ12ລະຫວ່າງສປປ ລາວ-ສະຫະລັດອາເມຣິກາ, ຊຶ່ງຈັດຂື້ນຢູ່ທີ່ໂຮງແຮມມະໂນລັກ, ແຂວງຫລວງພຣະບາງໃນວັນທີ28ສິງຫາ2017.

ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະພົນຈັດຕະວາມາກກີວເລັດ ຮອງຫົວໜ້າກົມຫ້ອງການວາງແຜນຍຸດທະສາດແລະນະໂຍບາຍສູນບັນຊາການກອງທັບສະຫະລັດປະຈຳພາກພື້ນປາຊິຟິກ. ມີຜູ້ແທນ22ທ່ານຈາກລາວແລະສະຫະລັດເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ລວມທັງຕົວແທນຈາກກະຊວງການຕ່າງປະເທດຂອງລາວແລະຈາກໜ່ວຍງານການຮ່ວມມືປ້ອງກັນຮັກສາຄວາມປອດໄພນະຄອນຫລວງວໍຊິງຕັນດີຊີ.

ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວທ່ານນາງ ຣີນາບິດເຕີໄດ້ກ່າວເປີດກອງປະຊຸມດັ່ງກ່າວ, ຊຶ່ງມີບາງຕອນທ່ານໄດ້ເວົ້າເຖິງໂອກາດແລະຂະແໜງການຕ່າງໆທີ່ສຳຄັນສຳລັບການຂະຫຍາຍການຮ່ວມມືທະຫານສອງຝ່າຍ, ໃນໂອກາດການມາຢ້ຽມຢາມສປປລາວເປັນຄັ້ງປະຫວັດສາດຂອງອາດີດປະທານນາທິບໍດີສະຫະລັດ, ລວມເຖິງການເນັ້ນຢ້ຳຜົນກະທົບໃນທາງບວກທີ່ມີຕໍ່ຄວາມສຳພັນໂດຍລວມລະຫວ່າງສະຫະລັດອາເມຣິກາແລະສປປ ລາວ.


ກອງປະຊຸມພົບປະທະຫານສອງຝ່າຍ (BDD) ແມ່ນກອງປະຊຸມແລກປ່ຽນບົດຮຽນປຶກສາຫາລືກັນສອງຝ່າຍລະຫວ່າງກະຊວງປ້ອງກັນປະເທດຂອງລາວແລະສູນບັນຊາການກອງທັບສະຫະລັດປະຈຳພາກພື້ນປາຊີຟິກ (USPACOM) ເພື່ອເພີ້ມທະວີການຮ່ວມມືສອງຝ່າຍແລະຫລາຍຝ່າຍກໍຄືການພັດທະນາໂຄງການຮ່ວມມືດ້ານການປ້ອງກັນຊາດເພື່ອເສີມຂະຫຍາຍການພົວພັນລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງພວກເຮົາ, ຊຸກຍູ້ການຮ່ວມມືທາງທະຫານໃນພາກພື້ນໃຫ້ຫລາຍຂື້ນ, ແລະສົ່ງເສີມຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ.


ຫົວຂໍ້ຫລັກໆຂອງການພົບປະຄັ້ງນີ້ລວມມີການຮ່ວມມືທາງດ້ານວຽກງານເສນາຮັກ; ການປະຕິບັດງານຮ່ວມກັນລະຫວ່າງທະຫານແລະພົນລະເຮືອນທີ່ລວມເອົາການຮ່ວມມືທາງດ້ານການຊ່ວຍເຫລືອມະນຸດສະທຳໃນການເກັບກູ້ລະເບີດທີ່ບໍ່ທັນແຕກແລະການຊ່ວຍເຫລືອບັນເທົາທຸກ; ການຝຶກອົບຮົມແລະໂອກາດທາງການສຶກສາທີ່ລວມເອົາການຝຶກອົບຮົມດ້ານພາສາອັງກິດແລະການສຶກສາທາງດ້ານການທະການ; ແລະການເຂົ້າຮ່ວມຂອງກອງທັບປະຊາຊົນລາວໃນກອງປະຊຸມຕ່າງໆໃນລະດັບພາກພື້ນ, ກອງປະຊຸມປຶກສາຫາລື, ແລະກອງປະຊຸມລະດັບອາວຸໂສ.


ທີ່ມາຈາກສະຖານທຸກອາເມລິກາປະຈຳລາວ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.