ກິລາບ້ານເຮົາ

ເກມມີ້ ຍັງເຈັບອົດຊ່ວຍທີມ ທີມຊາດຍິງ ຢູ 16 ລຸຍບານເຕະຊີງແຊັມອາຊີ ຮອບສຸດທ້າຍ


   ກ່ອນໜ້ານີ້ ນາງ ເກມມີ້ ເພັດດາລາ ລົງແຂ່ງຂັນລາຍການບານເຕະຍິງຊີງແຊັມອາຊຽນ 2017 ຢູ 15 ລະຫວ່າງວັນທີ 8-20 ພຶດສະພາ ທີ່ຜ່ານມາ ເຊິ່ງລົງສະໜາມພຽງ 2 ນັດທໍາອິດ ກໍ່ມາໄດ້ຮັບບາດເຈັບ ຈົນອົດຊ່ວຍທີມສູ້ຕໍ່ໃນ 2 ນັດທີ່ເຫຼືອ ເຊິ່ງອາການເຈັບດັ່ງກ່າວຮຸນແຮງ ຈົນເຖິງຂັ້ນເຂົ້າຜ່າຕັດ ນັບຈາກນັ້ນມາ ຈົນເຖິງປັດຈຸບັນ ຍັງບໍ່ທັນເຕັມຮ້ອຍ ຕ້ອງໄດ້ພັກຟື້ນຟູຕໍ່ໄປ.

   ຈົນເຮັດໃຫ້ຫຼ້າສຸດ ທ່ານ ວົງມີໄຊ ສຸບົວຄໍາ ຫົວໜ້າຄູຝຶກ ທີມຊາດລາວ ລຸ້ນ 16 ປີ ໄດ້ປະກາດລາຍຊື່ 23 ນັກກີລາທີມຊາດຍິງລາວ ລຸ້ນ 16 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ ຮຸ່ນອາຍຸ 16 ປີ ຮອບສຸດທ້າຍ ຢູ່ທີ່ ແຂວງ ຊົນບູຣີ ປະເທດໄທ ລະຫວ່າງວັນທີ 10-23 ກັນຍາ 2017 ໂດຍບໍ່ມີຊື່ ເກມມີ ພັດດາລາ ເນື່ອງຈາກເຂົ້າພັກຟື້ນຈາກການຜ່າຕັດ ປະກອບມີ:
+ ຜູ້ຮັກສາປະຕູ:
- ເບີ 1 ນ. ບັງອອນ ພອນໄຊ
- ເບີ 20 ນ. ເພັດລາວັນ ໄຊຍະເພັດດາລາ
- ເບີ 23 ນ. ລີຕ້າ

+ ກອງຫຼັງ:
- ເບີ 2 ນ. ວິລິນທອນ ວົງແສງທອງ
- ເບີ 3 ນ. ເລດີ້ ອິນທະວົງສາ
- ເບີ 4 ນ. ວິໄລວັນ ປັນຍານຸວົງ
- ເບີ 5 ນ. ຫຼ້ານ້ອຍ ວົງສິງຄຳ ( ຫົວຫນ້າທີມ )
- ເບີ 6 ນ. ພ໋ອດໄພລິນ ຊັກດາວົງ
- ເບີ 7 ນ. ນັດທະພອນ ສີສຸດາ
- ເບີ 12 ນ. ປານິນ ຄຳມະນີໄຊ
- ເບີ 13 ນ. ໂບລີ້ງ

+ ກອງກາງ:
- ເບີ 9 ມົນທິບ ສີສະເກດ
- ເບີ 15 ແກ້ວອຸດອນ ໄຊສີສົມບັດ
- ເບີ 16 ສາຍສະຫມອນ ອິນທະພົນ
- ເບີ 18 ດາລາວອນ ສໍພາບມີໄຊ
- ເບີ 17 ຫນູແດງ ສີປະສົງ
- ເບີ 19 ອານຸດຕາ ຈັນທີທອງ
- ເບີ 21 ພອນທິ ພົມມະຈັນ
- ເບີ 22 ອິນທິດາ ຄູນສີ
+ ກອງໜ້າ:
- ເບີ 8 ພິມພາ ທອງສະຫວ່າງ
- ເບີ 10 ອາພັດຊະລາ ຈັນທະວົງໄຊ
- ເບີ 11 ວາດີ້ ອິນທິຍາ
- ເບີ 14 ພຸດສະດີ ຫລວງອາມາດ

   ສໍາລັບ ລາຍການແຂ່ງຂັນຂອງ ສາວລາວ ມີດັ່ງນີ້:
- ວັນທີ 10 ກັນຍາ 2017 ເວລາ 19:00 ໂມງ ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະໜາມ Chonburi Stadium.
- ວັນທີ 13 ກັນຍາ 2017 ເວລາ 17:00 ໂມງ ທີມຊາດລາວ ພົບ ທີມຊາດ ສປ ຈີນ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Stadium.
- ວັນທີ 16 ກັນຍາ 2017 ເວລ 18:00 ໂມງ ທີມຊາດລາວ ພົບ ທີມຊາດ ສ. ເກົາຫລີ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education.
ຮູບຈາກ: ສຕລ





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.