ກໍ່ສ້າງ

ນະຄອນຫລວງ ຍອມຮັບມີໜີ້ຈາກການກໍ່ສ້າງເສັ້ນທາງຈໍານວນຫລາຍ


ໜັງສືພິມລາວພັດທະນາລາຍງານວ່າ: ໃນໂອກາດໃຫ້ກຽດສໍາພາດລາຍການວຽງຈັນພັດທະນາຂອງສະຖານີໂທລະພາບແຫ່ງຊາດຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ສີນລະວົງ ຄຸດໄພທູນ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ປັດຈຸບັນນະຄອນຫລວງວຽງຈັນແມ່ນມີໜີ້ສີນເພີ່ມຂຶ້ນຈາກການກໍ່ສ້າງເສັ້ນທາງໃນຕົວເມືອງເປັນຈໍານວນຫລາຍ, ໂດຍສະເພາະນັບແຕ່ເລີ່ມມີການຈັດຕັ້ງປະຕິບັດຮູບແບບ 70%-30% ໝາຍວ່າລັດລົງທຶນ 70% ແລະ ປະຊາຊົນປະກອບສ່ວນ 30% ຂອງມູນຄ່າເສັ້ນທາງທີ່ກໍ່ສ້າງ ແລະ ປາກົດວ່າສາມາດຈັດຕັ້ງປະຕິບັດສໍາເລັດໄດ້ພຽງ 20 ກວ່າເສັ້ນເທົ່ານັ້ນກໍໄດ້ຢຸດເຊົາ ຍ້ອນວ່າການຊໍາລະເງິນຕາມອັດຕາສ່ວນໃຫ້ບໍລິສັດຜູ້ຮັບເໝົາທີ່ລົງທຶນກ່ອນບໍ່ສາມາດປະຕິບັດໄດ້ນັບທັງພາກລັດ ແລະ ປະຊາຊົນຍ້ອນບັນຫາຄວາມຫຍຸ້ງຍາກດ້ານງົບປະມານ.



ທ່ານເຈົ້າຄອງ ໃຫ້ຮູ້ວ່າ: ຕາມການຄິດໄລ່ຂອງຂະແໜງກ່ຽວຂ້ອງເຫັນວ່ານະຄອນຫລວງວຽງຈັນມີຄວາມຕ້ອງການງົບປະມານຢ່າງໜ້ອຍ 20 ຕື້ກີບຕໍ່ປີເພື່ອນໍາໃຊ້ເຂົ້າໃນການສ້ອມແປງເສັ້ນທາງຊຸດໂຊມເປ່ເພ ແລະ ຜ່ານມາໄດ້ຮັບງົບປະມານພຽງແຕ່ 500 ລ້ານກີບຕໍ່ປີ, ສະນັ້ນມີຫລາຍເສັ້ນທາງທີ່ກໍ່ສ້າງສໍາເລັດແຕ່ຍັງບໍ່ສາມາດຊໍາລະໜີ້ໃຫ້ຜູ້ຮັບເໝົາໄດ້ ເປັນຕົ້ນ: ເສັ້ນທາງໜອງແຕ່ງ, ດອນໜູນ-ທ່າງ່ອນ ແລະ ເສັ້ນທາງອື່ນໆ ແລະ ຈາກສະພາບດັ່ງກ່າວ, ອົງການປົກຄອງນະຄອນຫລວງວຽງຈັນ ຈຶ່ງໄດ້ຄົ້ນຄວ້າສ້າງຕັ້ງກອງທຶນທາງປະຊາຊົນນະຄອນຫລວງວຽງຈັນ ເພື່ອເປັນທຶນຮອນພັດທະນາພື້ນຖານໂຄງລ່າງຖະໜົນຫົນທາງໃນຕໍ່ໜ້າ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.