ປະກົດການຫຍໍ້ທໍ້

ໃບຕາດິນຖືກລັກ ເຮັດໃໝ່ເສຍຄ່າທຳນຽມ 3-5 ໝື່ນບາດ ແທ້ບໍ?


ອີງຕາມ ເຟຈ Mahason Magazine ເຊິ່ງເປັນເຟຈ ຂອງວາລະສານມະຫາຊົນ ໃຫ້ຮູ້ວ່າ: ເລື່ອງມີຢູ່ໃນຕອນ
ກາງຄືນວັນທີ 12/8/2017 ໄດ້ມີໂຈນມາງັດເຮືອນ ແລ້ວໄດ້ລັກເອົາຕູ້ເຊັບໄປ. ຢູ່ໃນຕູ້ເຊັບມັນກະມີທັງເຄື່ອງສຳຄັນຫຼາຍຢ່າງ ແລະໃບຕາດິນຈຳນວນ 2 ໃບ ອອກຊື່: ທ້າວ ທອງ ຈັນທະບັນດິດ ແລະອອກຊື່ ນາງ ມາໄລຄຳ ພູມສະຫັວນ ທາງຕຳຫຼວດແລະຮອງນາຍບ້ານ ປກສ ບ້ານ ປກສ ກຸ່ມ ສວນມອນ, ປກສ ຢູ່ດົງສະຫວາດ ແລະປກສ ກອງພິສູດຫຼັກຖານ ນະຄອນຫຼວງກໍໄດ້ມາກວດເບິ່ງນຳກັນ.


 ປັດຈຸບັນ ຍັງບໍ່ສາມາດຈັບໂຈນບໍ່ໄດ້ເທື່ອ ພວກຂ້າພະເຈົ້າກໍໄດ້ແຈ້ງເສຍຫາຍໄປຫາທາງກົມຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ເພື່ອຕ້ອງການອອກໃບຕາດິນໃໝ່. ດັ່ງນັ້ນ, ຈຶ່ງໄດ້ຖາມພະນັກງານຢູ່ກົມວ່າ: ລາຄາແລ່ນເຮັດໃໝ່ເສຍເທົ່າໃດ? ຈຶ່ງໄດ້ຖາມຫຼາຍຄົນ ເຊິ່ງບາງທ່ານກໍບອກວ່າ 50,000 ບາດ ແລະບາງທ່ານກໍບອກວ່າ 30,000 ບາດ.

 ສະນັ້ນ, ຢາກຖາມທຸກຄົນວ່າ: ເປັນຫຍັງຈຶ່ງເອົາແພງແທ້ການເຮັດໃບໃໝ່ ແຕ່ວ່າສຳເນົາເກົ່າ ຫຼື ໃບ Coppy ກໍມີຢູ່ແລ້ວ ແລະຢາກຖາມວ່າມັນແມ່ນແທ້ບໍ? ເອກະສານຕຳຫຼວດກໍມີທີ່ຢັ້ງຢືນໃຫ້ວ່າ ແມ່ນໂຈນມາລັກແທ້ ເປັນຫຍັງຖ້າເຮັດຈຶ່ງຕ້ອງເສຍເງິນຢ່າງຫຼວງຫາຍ. ຝາກເຖິງພາກສ່ວນທີ່ກຽ່ວຂ້ອງ ຢາກໃຫ້ຄຳກະຈ່າງແຈ້ງ ຫວັງວ່າທຸກຄົນຖ້າພົບບັນຫາແບບດຽວກັນກັບຂ້າພະເຈົ້າກໍຕ້ອງຢາກຮູ້ວ່າມັນແມ່ນຄວາມຈິງບໍ່?






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.