ການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເວບໄຊ ອີຄອມເມີດ ຊ່ອງທາງນຳສະເໜີສິນຄ້າລາວສູ່ສາກົນ




  ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດພິທີເປີດຕົວເວບໄຊ ອີຄອມເມີດ www.plaosme.com ຢ່າງເປັນທາງການ ໃນວັນທີ 30 ສິງຫາ 2017,ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດກ່າວເປີດໂດຍ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງ ອຄ.
  ທ່ານ ບຸນມີ ມະນີວົງ ກ່າວວ່າ: ການເປີດເວບໄຊອີຄອມເມີດດັ່ງກ່າວນີ້ ແມ່ນເປັນເວບໄຊໜຶ່ງ ທີ່ຈະເປີດໂອກາດໃຫ້ແກ່ບັນດາວິສາຫະກິດຂອງລາວ ມີໂອກາດຫຼາຍຂຶ້ນໃນການນຳສະເໜີຕົວສິນຄ້າທີ່ຕົນມີເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນຕະຫຼາດອາຊຽນດ້ວຍກັນ ແລະ ອາຊຽນ ກັບປະເທດພາຄີ. ປັດຈຸບັນຫຼາຍປະເທດແມ່ນໄດ້ວາງແຜນໃນການຍົກລະດັບການນຳໃຊ້ບັນດາສັນຍາການຄ້າເສລີ ຫຼື FTAs ໃຫ້ຫຼາຍຂຶ້ນ. ສະນັ້ນ, ການສ້າງເວບໃຊ້ດັ່ງກ່າວນີ້ ກໍ່ຈະກາຍເປັນໜຶ່ງຊ່ອງທາງທີ່ສະໜັບໜູນໃຫ້ມີການເຂົ້າເຖິງ ແລະ ຮູ້ນຳໃຊ້ FTAs ຂຶ້ນຕື່ມ.


ນອກຈາກນີ້ແລ້ວ ບັນດາຫົວໜ່ວຍວິສາຫະກິດຂອງລາວ ກໍຈະໄດ້ຮັບໂອກາດໃນການຈະຫຍາຍຕາໜ່າງເຄືອຂ່າຍ ເພື່ອຈັບຄູ່ຊື້-ຂາຍ ນຳກັນທີ່ກວ້າງ ຂວາງກວ່າເກົ່າ ໂດຍການເຂົ້າຮ່ວມ ແລະ ນຳໃຊ້ລະບົບນີ້; ທັງເປັນການຍົກລະດັບເວທີຕະຫຼາດໃນການຊື້-ຂາຍສິນຄ້າຂຶ້ນໄປຢູ່ໃນລະດັບໃໝ່ ນັ້ນກໍຄືການນຳໃຊ້ນະວັດຕະກຳທາງເຕັກໂນໂລຊີເຂົ້າມາຊ່ວຍ ແລະ ການເປັນການຊື້-ຂາຍ ທາງອີເລັກໂຕຣນິກ.
 

ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຄ ກ່າວວ່າ: ການສ້າງເວບໄຊ ອີຄອມເມີດ ເຊິ່ງເປັນບາດກ້າວທີ່ສຳຄັນສຳລັບ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືບັນດາຫົວໜ່ວຍທຸລະກິດທັງໝົດ ໃນການສຳຜັດນະວັດຕະກຳອັນໃໝ່ທາງດ້ານການເຂົ້າເຖິງຕະຫຼາດ ແລະ ຜູ້ຊົມໃຊ້ບໍ່ວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດ ໂດຍພວກເຮົາສ້າງຂຶ້ນມາເພື່ອຈຸດປະສົງຫຼັກຄື: ເປັນບ່ອນເຊື່ອມໂຍງ SME ຂອງລາວ ເຂົ້າສູ່ຜູ້ຊື້ ແລະ ຜູ້ຂາຍ ໃນຕະຫຼາດອາຊີ, ເປັນບ່ອນອອກແບບໜ້າຕ່າງ ຂໍ້ຕົກລົງການຄ້າເສລີ ເຊິ່ງໜ້າຕ່າງຈະຊ່ວຍໃຫ້ SME ໄຈ້ແຍກ  ແລະ ເຂົ້າເຖິງຜະລິດຕະພັນຂອງພວກເຂົາເຈົ້າໄດ້ງ່າຍ; ສ້າງຕັ້ງໃຫ້ເປັນສູນໃຫ້ບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ SME ທີ່ບໍ່ສະ ດວກໃນການເຂົ້າເຖິງອິນເຕີເນັດ ຕະຫຼອດຮອດການໃຫ້ບໍລິການກ່ຽວກັບການຖ່າຍຮູບຜະລິດຕະພັນ ແລະ ອັບໂຫລດໃຫ້ພ້ອມ.

  ທັງນີ້, ເວບໄຊດັ່ງກ່າວນີ້ ຖືເປັນເວທີໜຶ່ງທີ່ເອື້ອຍອຳນວຍຄວາມສະດວກໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍສິນຄ້າ ໃຫ້ມີໂອກາດເຂົ້າຫາກັນຫຼາຍຂຶ້ນພຽງແຕ່ເຂົ້າສູ່ລະບົບກໍເຮັດໃຫ້ບັນດາ SME ໂອ້ລົມກັນໄດ້ ເຊິ່ງບໍ່ຈຳເປັນຕ້ອງໄປຫາກັນ ແລະ ເວບໄຊນີ້ຖືກອອກແບບໃຫ້ມີ 2 ພາສາຄື: ພາສາລາວ ແລະ ພາສາອັງກິດ, ມີຖານຂໍ້ມູນຂອງຜູ້ຂາຍ ແລະ ຜະລິດຕະພັນສິນຄ້າ ເຊິ່ງມາຮອດປັດຈຸບັນມີບໍລິສັດທີ່ໄດ້ລົງທະບຽນແລ້ວ ຈຳນວນ 82 ບໍລິສັດ ແລະ ມີສິນຄ້າທັງໝົດ 302 ລາຍການ.


ແຫລ່ງທີ່ມາຈາກຫນັງສືພິມ ເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.