ສາລະວັນ

ຊົມເຊີຍ ວິທະຍຸແຫ່ງຊາດ ແລະ ຊິອາໄອ ນຳເຄື່ອງໄປຊ່ວຍເຫລືອຜູ້ປະສົບໄພຢູ່ແຂວງສາລະວັນ




ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ນຳໂດຍ ທ່ານ ວໍລະສັກ ປະວົງວຽງຄຳ ຄະນະອຳນວຍການສະຖານີວິທະຍຸ ກະຈາຍສຽງແຫ່ງຊາດລາວ ຮ່ວມກັບວິທະຍຸສາກົນ ແຫ່ງປະເທດຈີນ ປະຈຳລາວ, ບໍລິສັດທີພີພີ ລາວຈຳກັດ, ສະມາຄົມຄົນຮັກຊຳເໜືອ ແລະ ໜ່ວຍອາສາກູ້ໄພນະຄອນຫລວງວຽງຈັນ 1624 ນຳເອົາ ເຄື່ອງຊ່ວຍເຫລືອ ມາມອບໃຫ້ຜູ້ປະສົບໄພພິບັດຢູ່ ແຂວງສາລະວັນຄື: ເມືອງຄົງເຊໂດນ ທີ່ປະສົບໄພນ້ຳຖ້ວມ ແລະ ບ້ານອາຊິງໃຕ້, ເມືອງສະໝ້ວຍ ທີ່ປະສົບອັກຄີໄພ.
 ​

ເຄື່ອງ​ທີ່​ນຳ​ມາ​ຊ່ວຍ​ເຫລືອ​ຄັ້ງ​ນີ້ ປະກອບ​ມີ ເຄື່ອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ນ້ຳດື່ມ ແລະ ອື່ນໆ ລວມມູນຄ່າທັງໝົດ 40 ລ້ານກວ່າກີບ ​ເຊິ່ງ​ເຄື່ອງ​ຊ່ວຍ​ເຫລືອ​ດັ່ງກ່າວ​ ແມ່ນ​ໄດ້​ລະດົມ​ມາ​ຈາກກຸ່ມບໍລິສັດ, ນັກທຸລະກິດ, ຫ້າງຮ້ານ ແລະ ບຸກຄົນ, ​ໃນ​ນັ້ນ ໄດ້ມອບໃຫ້ອຳນາດການປົກຄອງ ເມືອງຄົງເຊໂດນ ເພື່ອນຳໄປແຈກຢາຍໃຫ້ພໍ່ແມ່ ປະຊາຊົນທີ່ປະສົບໄພນ້ຳຖ້ວມ ຄິດເປັນມູນຄ່າ 20 ລ້ານກວ່າກີບ.



ຈາກ​ນັ້ນ ກໍ​ໄດ້ນຳເຄື່ອງດັ່ງກ່າວ ໄປມອບໃຫ້ອຳນາດການປົກຄອງ ເມືອງສະໝ້ວຍ ເພື່ອນຳເຄື່ອງໄປມອບ ໃຫ້ພໍ່ແມ່ປະຊາຊົນ ຢູ່ບ້ານອາຊິງໃຕ້ ທີ່ສົບເຄາະຮ້າຍຈາກອັກຄີໄພ ​ໃນມູນຄ່າ 20 ລ້ານກວ່າກີບ.











ຂອບໃຈຮູບຈາກNana Inthalangsy

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.