ການຈັດສັນທີ່ດິນ

ຂໍ້ຂັດແຍ່ງດ້ານທີ່ດິນ ເປັນໄພສັງຄົມເຮັດໃຫ້ແຕກແຍກຄວາມສາມັກຄີ




 ອີງຕາມການລາຍງານຂອງຫນັງສືພິມ ເສດຖະກິດ ການຄ້າ ໃນວັນທີ31ສິງຫາໃຫ້ຮູ້ວ່າ: ໃນກອງປະຊຸມ ປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດິນ ຫົວໜ້າກົມ ທີ່ດິນ ກະຊວງ ຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ( ກຊສ) ໄດ້ຍົກຫຼາຍໆບັນຫາຫຍໍ້ທໍ້ທີ່ເກີດຂຶ້ນກັບທີ່ດິນ ເນື່ອງຈາກການບໍ່ເຄົາລົບລະບຽບກົດໝາຍ.


ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນລະຫວ່າງວັນທີ 30 ຫາ 31 ສິງຫາ ທີ່ກະຊວງ (ກຊສ) ນະ ຄອນຫຼວງ
ວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງ ກຊສ, ມີທ່ານຫົວໜ້າກົມ, ຮອງກົມ, ຕາງໜ້າສານປະຊາຊົນສູງສຸດ, ອົງການໄອຍະການ, ກະຊວງຍຸຕິທຳ ແລະ ຕາງໜ້າກຳມາທິການຍຸຕິທຳສະພາແຫ່ງຊາດເຂົ້າຮ່ວມ.


  ທ່ານ ສົມມາດ ພົນເສນາ ກ່າວວ່າ: ສະພາບຂໍ້ຂັດແຍ່ງທີ່ດິນໃນໄລຍະຜ່ານມາຮອດປັດຈຸບັນ ໄດ້ເກີດຂຶ້ນ ທັງຕົວເມືອງ ແລະ ຊົນນະບົດ ໃນຂອບເຂດທົ່ວປະເທດທີ່ເປັນບັນຫາ ກໍ່ໃຫ້ເກີດ
ຄວາມສັບສົນ, ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງເປັນຜົນສະທ້ອນຕໍ່ການພັດທະນາ
ເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ.

ສະນັ້ນ, ພັກ ແລະ ລັດຖະບານ ຈຶ່ງມີນະໂຍບາຍ, ມີກົດໝາຍ ແລະ ລະບຽບການຕ່າງໆເພື່ອເປັນ
ພື້ນຖານໃນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແນໃສ່ແກ້ໄຂບັນຫາໃຫ້ຖືກຕ້ອງ, ຮັບປະກັນ
ສິດຜົນປະໂຫຍດຂອງລັດ, ລວມໝູ່, ການຈັດຕັ້ງ ແລະ ຂອງປະຊາຊົນລາວບັນດາເຜົ່າ ລວມທັງການນຳໃຊ້ດິນຂອງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ.


  ທ່ານ ວົງເດືອນ ວົງສີຫາລາດ ຫົວໜ້າກົມທີ່ດິນ ກຊສ ກ່າວວ່າ: ສະພາບລວມຂໍ້ຂັດແຍ່ງທີ່ດິນທີ່ເກີດ
ຍ້ອນການຄຸ້ມຄອງທີ່ດິນຫຼາຍບ່ອນຍັງບໍ່ໄດ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ຈຶ່ງເກີດມີການນຳ
ໃຊ້ທີ່ດິນທີ່ມີລັກສະນະຟູມເຟືອຍ, ມີການຈັບຈອງທີ່ດິນທີ່ລັດຫວງຫ້າມແບບຊະຊາຍ, ລາຄາທີ່ດິນ
ນັບມື້ນັບສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນທີ່ດິນໃນຕົວເມືອງ.


ໃນຂະນະດຽວກັນຍ້ອນຂາດການຄຸ້ມຄອງທີ່ດີຈຶ່ງເຮັດໃຫ້ການເກັບພາສີ-ອາກອນຈາກທີ່ດິນ ແລະ ຈາກການມອບໂອນ, ຊື້-ຂາຍ ສິດນຳໃຊ້ທີ່ດິນຖືກຮົ່ວໄຫຼຢ່າງໜັກໜ່ວງ, ທັງເປັນບັນຫາອັນຫຼໍ່ແຫຼມ
ສ້າງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊິ່ງການແກ້ໄຂບັນຫາຂໍ້ແຍ່ງກ່ຽວກັບທີ່ດິນ ໃນໄລຍະຜ່ານມາມີຫຼາຍພາກສ່ວນຮັບຜິດຊອບແກ້ໄຂ ຕ່າງຝ່າຍຕ່າງເຮັດທັງການແກ້ໄຂຕາມຂະບວນການຍຸດຕິທຳ ແລະ ແກ້ໄຂທາງດ້ານບໍລິຫານ ເຮັດໃຫ້ຂໍ້ຂັດແຍ່ງບໍ່ສິ້ນສຸດ, ທ່ານ ວົງເດືອນ ກ່າວ.
 


ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ: ຂໍ້ຂັດແຍ່ງເລື່ອງທີ່ດິນນີ້ ເກີດຂຶ້ນຍ້ອນການອອກອະນຸຍາດເນື້ອ
ທີ່ສຳປະທານທີ່ດິນ ຍັງຂາດການສຳຫຼວດວັດແທກລະອຽດໃນພາກສະໜາມ ແລະ ການໝາຍ
ເຂດແດນບໍ່ຈະ ແຈ້ງ, ມີຫຼາຍພາກສ່ວນອະນຸຍາດໃຫ້ເຊົ່າ ແລະ ສຳປະທານທີ່ດິນໂດຍບໍ່ຄຳນຶງເຖິງຂັ້ນ
ຕອນຕາມກົດໝາຍ ແລະ ລະບຽບການເປັນຕົ້ນ ບໍ່ໄດ້ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ບໍ່ມີບົດວິພາກເສດຖະ ກິດ, ຈາກນັ້ນຈຶ່ງມີການອອກອະນຸຍາດທັບຊ້ອນກັບທີ່ດິນປະຊາຊົນ, ດິນສາທາລະນະຂອງບ້ານ, ບາງບ່ອນກໍ່ກວມເອົາປ່າດົງດິບ, ປ່າສະຫງວນ.

ໃນການຈັດຕັ້ງປະຕິບັດໂຄງການຕົວຈິງບາງບ່ອນກໍ່ບໍ່ມີການຄຸ້ມຄອງຕິດຕາມກວດກາ, ສ່ວນ
ໃຫຍ່ປະປ່ອຍໃຫ້ຜູ້ລົງທຶນດຳເນີນການຕາມລຳພັງ ແລະ ເຮັດໄປໂດຍບໍ່ສົນໃຈຕໍ່ການທັກທ້ວງ, ເມື່ອປະຊາຊົນຂຽນໜັງສືສະເໜີ ຮ້ອງຂໍຄວາມເປັນທຳນຳອົງການ ແລະ ບຸກຄົນທີ່ກ່ຽວຂ້ອງ ຊ້ຳພັດຕີລາຄາວ່າຜູ້ນັ້ນບໍ່ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ຂັດຂວາງການຈັດ ຕັ້ງປະຕິບັດສັນຍາ ແລະ ຂໍ້ຜູກພັນລະຫວ່າງລັດກັບຜູ້ລົງທຶນ.


ນອກນັ້ນການຈັບຈອງດິນແບບຊະຊາຍ, ການທົດແທນຄ່າເສຍຫາຍຊັກຊ້າ ແລະ ບໍ່ເໝາະສົມ
ກັບລາຄາທີ່ດິນຕົວຈິງ, ການໂອນທີ່ດິນລັດຄຸ້ມຄອງ ແລະ ທີ່ດິນທີ່ຖືກສານຕັດສິນເປັນດິນລັດໄປ
ເປັນຂອງບຸກຄົນ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການອອກໃບຕາດິນບໍ່ຊັດເຈນ ແລະ ຊ້ຳຊ້ອນກັນ, ມີການຄອບຄອງທີ່ດິນຄົນໂຕນໜີໄປຢູ່ຕ່າງປະເທດ, ມີການຂັດແຍ່ງກ່ຽວກັບການສືບທອດມູນ
ມໍລະດົກ, ມີການຂະຫຍາຍສິດນຳໃຊ້ທີ່ດິນຊໍ້າຊ້ອນ, ການຈຳນຳ ຫຼື ຄ້ຳປະກັນບໍ່ຜ່ານຂຶ້ນຕອນ
ຈົດທະບຽນ, ມີການບຸກລຸກທີ່ດິນເຂດສະຫງວນໄວ້ ເພື່ອສາທາລະນະປະໂຫຍດມາເປັນກຳມະສິດຂອງ
ບຸກຄົນ ແລະ ມີການຂາຍສິດນຳໃຊ້ທີ່ດິນໃຫ້ຄົນຕ່າງປະເທດ ໂດຍແອບອ້າງຊື່ຄົນລາວໄວ້ ເພື່ອຂາຍເກງກຳໄລ ແລະ ອື່ນໆ.


  ສິ່ງເຫຼົ່ານີ້ ບໍ່ແມ່ນບັນຫາຄວາມຜິດພາດນະໂຍບາຍຂອງພັກ, ກົດໝາຍຂອງລັດທີ່ປະກາດໃຊ້ມາ
ກ່ອນ, ນະໂຍບາຍ, ກົດໝາຍທີ່ປະກາດໃຊ້ໂດຍພື້ນຖານແມ່ນຍັງຖືກຕ້ອງ ແລະ ສອດຄ່ອງກັບທ່າອ່ຽງ
ຂອງໂລກ, ສອດຄ່ອງກັບສະພາບຄວາມເປັນຈິງຢູ່ພາຍໃນປະເທດ ແຕ່ຫາກແມ່ນການຈັດຕັ້ງ
ປະຕິບັດນະໂຍບາຍ ແລະ ກົດໝາຍເຫຼົ່ານັ້ນຍັງບໍ່ທັນໄດ້ດີ, ບໍ່ທັນເຂັ້ມງວດ ແລະ ສັກສິດ, ທ່ານ ວົງເດືອນ ວົງສີຫາລາດ ກ່າວ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.