ກິລາ

ເຈາະຜົນງານ 4 ສາວເປຕັງລາວ ເຈົ້າຂອງຫຼຽນຄໍາ ໃນຊີເກມ 2017 ໜ້າຊົມເຊີຍ


   ຊີເກມ 2017 ( ຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ) ທັບນກກີລາເປຕັງລາວ ສາມາດພິສິດຫຼຽນຄໍາໄດ້ສໍາເລັດ ຫຼັງເອົາຊະນະເຈົ້າພາບ ມາເລເຊຍ 13-8 ໄດ້ຈາກທີມເປຕັງຊຸດຍິງ ( ປະກອບດ້ວຍ ນາງ ຈັນສະໝອນ ວົງສະຫວັດ, ຄູນຄໍາ ສຸກສະຫວັດ ແລະ ມິມີ່ ວົງສາຫວັດ ແລະ ນາງ ຈິນດາວອນ ສິສະຫວັດ (ຕົວສໍາຮອງ) ເຊິ່ງມື້ນີ້ຈະມາຮູ້ຈັກທັງ 4 ສາວວ່າ ມາແຕ່ໄສກັນແດ່ ແລະ ສ້າງຜົນງານຫຍັງແດ່ ນໍາກັນເລີຍ.

  +ນາງ ຈັນສະໝອນ ເກີດເມື່ອວັນທີ 15 ມິຖຸນາ 1992 ທີ່ແຂວງສາລະວັນ ເລົ່າວ່າ: ຜົນງານໂດດເດັ່ນເຄີຍຍາດໄດ້ 1 ຫຼຽນຄໍາ ໃນຊີເກມ 2007 ທີ່ໄທ, ໄດ້ຫຼຽນທອງ ໃນຊີເກມ 2009 ທີ່ລາວ, ຫຼຽນທອງ ໃນຊີເກມ 2011 ທີ່ອິນໂດເນເຊຍ, ຫຼຽນຄໍາ ໃນຊີເກມ 2013 ທີ່ມຽນມາ ແລະ 2 ຫຼຽນທອງ ໃນຊີເກມ 2015 ທີ່ສິກະໂປ.

   +ນາງ ຄູນຄໍາ ເກີດ ເມື່ອວັນ 30 ຕຸລາ 1998 ທີ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເລົ່າວ່າ: ເຄີຍຍາດໄດ້ ຫຼຽນເງິນ ໃນຊີເກມ 2009 ທີ່ສປປ ລາວ ເປັນເຈົ້າພາບ, ຫຼຽນທອງ ຊີເກມ 2011 ທີ່ອິນໂດເນເຊຍ, ຫຼຽນທອງ ຊີເກມ 2013 ທີ່ອິນໂດເນເຊຍ, ຫຼຽນທອງ ຊີເກມ 2015 ທີ່ສິງກະໂປ ແລະ ຫຼຽນຄໍາ ຊີເກມ 2017 ທີ່ມາເລເຊຍ.

   +ນາງ ມິມີ ເກີດເມື່ອວັນທີ 2 ມິຖຸນາ 1984 ທີ່ບ້ານສາງນໍ້າມັນ ເມືອງປາກເຊ ແຂວງຈໍາປາສັກ ເລົ່າວ່າ: ເຂົ້າຮ່ວມຊີເກມຄັ້ງທໍາອິດຢູ່ທີ່ປະເທດໄທ 2007 ໄດ້ຫຼຽນທອງ, ຫຼຽນທອງ ໃນຊີເກມ 2009 ທີ່ລາວ ແລະ ຍາດໄດ້ຫຼຽນຄໍາຄັ້ງທໍາອິດ ໃນຊີເກມ 2017 ທີ່ມາເລເຊຍ.

   +ນາງ ຈິນດາວອນ ເກີດເມື່ອວັນທີ 24 ເມສາ 1996 ທີ່ບ້ານປາກດົງ ເມືອງທ່າແຂກ ແຂວງຄໍາມ່ວນ ເລົ່າວ່າ: ເຄີຍຍາດໄດ້ ຫຼຽນຄໍາ ໃນເປຕັງຊີງແຊັມຊີປ້າ ຢູ່ກໍາປູເຈຍ ເມື່ອປີ 2014, 2 ຫຼຽນທອງ ໃນຊີເກມ 2015 ແລະ ຫຼຽນຄໍາ ໃນຊີເກມ 2017 ທີ່ມາເລເຊຍ.

   ສໍາລັບ ທີມເປຕັງທີມຊຸດຍິງ ຈະໄດ້ຮັບການຍ້ອງຍໍ ແລະ ລາງວສັນເປັນເງິນ ຈາກລັດຖະບານມີຄື: ຫຼຽນຄໍາ ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ແລະ ລາງວັນເປັນເງິນ 25 ລ້ານກີບ ພ້ອມເງິນອັດສີດ 2,400,000 ກີບ, ສ່ວນ ບໍລິສັດເບຍລາວຈໍາກັດ ຈະໄດ້ເງິນສີດໃຫ້ເພີ່ມ 8 ລ້ານກີບ.

   ຢ່າງໃດກໍ່ຕາມ, ຄັ້ງນີ້ຖືເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງ ເປຕັງທີມຊຸດຍິງ ເພາະຍາດຫຼຽນຄໍາຫຼຽນທໍາອິດ ໃຫ້ກັບທັບນັກກິລາລາວ ໃນຊີເກມ 2017 ເຮັດໃຫ້ນັກກິລາມີຂວັນກໍາລັງໃຈ ກ່ອນຈະສາມາດຍາດໄດ້ຫຼຽນຄໍາທີ 2 ຈາກກີລາສະນຸກເກີ ເຊິ່ງທ່ານໃດໃຈດີ ຫຼື ຜູ້ໃຫຍ່ໃຈດີທີ່ຕ້ອງການອັດສີດ ຫຼື ຍ້ອງຍໍຊົມເຊີຍ ສາມາດໂອນເຂົ້າເລກບັນຊີ 04012000201261001 ຂຶ້ນຊື່ MIMEE VONGSAVATH ( ລາຍລະອຽດຕາມຮູບລຸ່ມນີ້ ).




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.