ຂ່າວຫຼ້າສຸດ

ແຈ້ງຊັດເຈນ ຄຳຕອບທີ່ລໍຄອຍບັນຫາຫວຍຂູດ 100 ລ້ານທີ່ອຸດົມໄຊ


ຄຳຕອບທີ່ສັງຄົມຄອງຄອຍຕໍ່ການຊີ້ແຈງບັນຫາຫວຍຂູດທີ່ເກີດຖືກລາງວັນມູນຄ່າ 100 ລ້ານແຕ່ຖືກອ້າງວ່າເປັນຂອງປອມ, ບັດນີ້ເປັນຄຳຕອບຂອງບໍລິສັດບົວທິບຜູ້ເປັນຕົວແທນຈຳໜ່າຍ ຊີ້ແຈງລາຍລະອຽດຕໍ່ສັງຄົມ ພ້ອມຢັ້ງຢືນວ່າຫວຍທີ່ອຸດົມໄຊນັ້ນເປັນຂອງປອມ ຜ່ານການພິສູດຫຼັກຖານຢ່າງດີຈາກເຈົ້າໜ້າທີ່ພິສູດຫຼັກຖານມາແລ້ວ.

ໂດຍຂໍ້ມູນໃຫ້ຮູ້ວ່າ: ຫວຍຂູດເປັນຜະລິດຕະພັນຂອງບໍລິສັດລັດວິສາຫະກິດຫວຍພັດທະນາ ພາຍຫຼັງໄດ້ຮັບການພັດທະນາປັບປຸງຮູບແບບເກມຫຼີ້ນໃນທ້າຍປີ 2016 ຊິ່ງໄດ້ຮັບການຍອມຮັບຈາກສັງຄົມຜູ້ທີ່ມັກສ່ຽງໂຊກຊີງລາງວັນ ໂດຍແມ່ນບໍລິສັດບົວທິບການຄ້າ ຈຳກັດເປັນຜູ້ຈັດຈຳໜ່າຍ ແລະຜ່ານມາໄດ້ມີຜູ້ໂຊກດີທີ່ໄດ້ຮັບລາງວັນ 250 ລ້ານກີບລົງມາ ແລະຜ່ານມາກໍ່ມີການລັກປອມແປງໃບຫວຍຂູດເພື່ອໃຫ້ຕົນເອງຖືກລາງວັນ ແຕ່ຜ່ານການກວດສອບຂອງບໍລິສັດເຫັນວ່າມີການປອມແປງໃບຫວຍ ເຮັດໃຫ້ບໍ່ພໍໃຈແລ້ວນຳເອົາໄປລົງທາງສື່ອອນລາຍໂດຍສະເພາະເຟສບຸກກ່າວຫາວ່າບໍລິສັດເປັນຜູ້ເຮັດໃບຫວຍປອມອອກມາ ອັນເຮັດໃຫ້ບໍລິສັດເສື່ອມເສຍຄືດັ່ງເຫດການປອມແປງຂອງນາງແປ້ ແສງອາລຸນ ຢູ່ແຂວງອຸດົມໄຊຖືກຫວຍ 100 ລ້ານກີບ.




ຕໍ່ບັນຫາດັ່ງກ່າວທ່ານນາງທອງທິບ ພົມມະຈັກ ຜູ້ອຳນວຍການບໍລິສັດບົວທິບການຄ້າ ຈຳກັດຕົວແທນຈຳໜ່າຍຫວຍຂູດເລກ2 ໄດ້ອອກມາຊີ້ແຈງເມື່ອອາທິດຜ່ານມາວ່າ: ຄະດີປອມແປງໃບຫວຍຂູດຂອງນາງແປ້ ແສງອາລຸນ ແລະທ້າວວິໄລພອນ ໄຊຍະວົງ(ໂກ້) ມີດັ່ງນີ້: ເມື່ອວັນທີ 20 ກໍລະກົດ 2017ເວລາ 16:00 ນາງວິໄລພອນບ້ານນາເລົ່າ ເມືອງໄຊແຂວງອຸດົມໄຊ ຊຶ່ງເປັນສາຂາຈຳໜ່າຍຫວຍຂູດເລກ2 ປະຈຳແຂວງອຸດົມໄຊໄດ້ໂທລະສັບແຈ້ງມາບໍລິສັດວ່າມີຜູ້ຖືກຫວຍລາງວັນທີ1ເກມ “ປັນດີມີໂຊກ”ມູນຄ່າ 100 ລ້ານກີບ ພ້ອມທັງຖ່າຍຮູບເອົາໃບຫວຍທີ່ຖືກລາງວັນສົ່ງມາທີ່ບໍລິສັດບົວທິບການຄ້າຢູ່ນະຄອນຫຼວງວຽງຈັນ ເພື່ອກວດສອບ ພາຍຫຼັງໄດ້ຖ່າຍຮູບໃບຫວຍດັ່ງກ່າວໄປກວດສອບຕົວອັກສອນລັບທີ່ຢູ່ເທິງໃບຫວຍ ແລະສະແກນດ້ວຍລະບົບບາໂຄດ ເພື່ອສົມທຽບໝາຍເລກແລ້ວພົບວ່າໃບຫວຍດັ່ງກ່າວແມ່ນບໍມີລາງວັນ ໂດຍມີລາຍລະອຽດດັ່ງລຸ່ມນີ້: ຕົວອັກສອນລັບທີ່ຢູ່ເທິງໃບຫວຍບໍ່ຖືກຕ້ອງ ເມື່ອນຳເອົາຮູບຖ່າຍໃບຫວຍຂູດໄປສະແກນດ້ວຍລະບົບບາໂຄດ ແລະການກວດເຊັກໝາຍເລກກໍ່ສາມາດຮູ້ໄດ້ທັນທີວ່າບໍ່ມີລາງວັນ ແລະຈາກການສັງເກດຮູບຖ່າຍເຫັນວ່າມີຮ່ອງຮອຍການຕັດຕໍ່ປອມແປງໃບຫວຍ ໂດຍການຕັດເອົາເລກ10 ຈາກຫວຍໃບອື່ນມາຕິດໃສ່ຫວຍໃບນີ້.



ດັ່ງນັ້ນບໍລິສັດຈິ່ງໃຫ້ພະນັກງານຕິດຕໍຫາຕົວແທນຈຳໜ່າຍ ແລະໃຫ້ຖ່າຍຮູບຜູ້ທີ່ອ້າງໂຕວ່າຖືກລາງວັນ ພ້ອມດ້ວຍບັດປະຈຳຕົວຂອງຜູ້ກ່ຽວສົ່ງມາໃຫ້ທາງບໍລິສັດ ພ້ອມເກັບກຳຂໍ້ມູນຫຼັກຖານເອົາຜິດນຳຜູ້ກຽວ(ໂດຍບໍ່ມີການບອກຄວາມຈິງວ່າບໍລິສັດໄດ້ຮູ້ແລ້ວວ່າໃບຫວຍດັ່ງກ່າວຖືກຕັດຕໍ່) ຊຶ່ງທາງຕົວແທນຈຳໜ່າຍໄດ້ເຮັດຕາມທີ່ບໍລິສັດບອກ ຕາມການສອບຖາມນາງວິໄລທອງບອກວ່ານາງແປ້ໄດ້ນຳເອົາຫວຍຂູດຈາກຕົນເອງໄປຂາຍເທື່ອທີ2 ແລ້ວນາງແປ້ຂາຍໃກ້ຈະໝົດ(ເຫຼືອປະມານ 3-4 ໃບທີ່ບໍ່ໄດ້ຂູດ)ແລ້ວລາວໄດ້ເອົາມາຂູດເອງຈິ່ງແຈ້ງວ່າຕົນວ່າຖືກລາງວັນ 100 ລ້ານກີບ.



ໃນວັນທີ 21 ກໍລະກົດ 2017 ບໍລິສັດຈິ່ງຮວບຮວມຫຼັກຖານທຸກຢ່າງເພື່ອກຽມທີ່ຈະແຈ້ງຄວາມດຳເນີນຄະດີນຳຜູ້ກ່ຽວ ແຕ່ເນື່ອງຈາກວ່າໃນວັັນຕໍ່ມາເປັນວັນເສົາ-ອາທິດ ຈິ່ງບໍ່ທັນໄດ້ກຽມການເຮັດຫຍັງ ຕໍ່ມາວັນທີ 25 ກໍລະກົດ 2017 ພວກກ່ຽວທັງສອງໄດ້ນຳເອົາໃບຫວຍດັ່ງກ່າວເຂົ້າມາແຈ້ງທີ່ບໍລິສັດວ່າຖືກລາງວັນທີ1 ເພື່ອເອົາເງິນ 100 ລ້ານກີບ ທາງບໍລິສັດກໍ່ໄດ້ຊີ້ແຈງໃຫ້ພວກກ່ຽວຮູ້ ແລະພະຍາຍາມອະທິບາຍໃຫ້ເຂົ້າໃຈວ່າໃບຫວຍໄດ້ຖືກຕັດຕໍ່ຕົວເລກຈາກຈາກໃບໜຶ່ງມາຕິດໃສ່ໃບໜຶ່ງ ເພື່ອໃຫ້ຕົວເລກກົງກັນ ພວກເຮົາບໍ່ສາມາດຈ່າຍເງິນລາງວັນໃຫ້ໄດ້ ພ້ອມທັງໄດ້ນຳເອົາຜູ້ກ່ຽວໄປໃຫ້ປາກຄຳທີ່ຫ້ອງການ ປກສ ເມືອງສີໂຄດຕະບອງ ແຕ່ບໍ່ໄດ້ມີການສືບສວນ-ສອບສວນ ແຕ່ທາງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງໄດ້ແນະນຳໃຫ້ຜູ້ກ່ຽວໄປຫາກອງຄະດີນະຄອນບານ ນະຄອນຫຼວງວຽງຈັນ ຊຶ່ງເຈົ້າໜ້າທີ່ໄດ້ຮັບເລື່ອງໄວ້ໂດຍໃຫ້ເກັບໃບຫວຍທີ່ຖືກປອມແປງໄວ້ເປັນລັກຖານ ແລະໄດ້ປ່ອຍຕົວຜູ້ກ່ຽວໄປ.



ຕອນແລງວັນດຽວກັນທ້າວໂກ້ໄດ້ນຳເອົາເລື່ອງລາວດ່ັງກ່າວທີ່ບໍ່ແມ່ນຄວາມຈິງໃສ່ຮ້າຍປ້າຍສີບໍລິສັດ ໂດຍການລົງຮູບໂພສບຸກສ່ວນຕົວ ແລ້ວກໍ່ມີການແຊຂໍ້ຄວາມດັ່ງກ່າວໄປຢ່າງຫຼວງຫຼາຍ ກໍ່ໃຫ້ເກີດການຖົກຖຽງກັນຂອງຝ່າຍປະຊາຊົນຢ່າງແຜ່ຫຼາຍ ສ້າງຄວາມເສື່ອມເສຍທາງດ້ານຊື່ສຽງເຮັດໃຫ້ລູກຄ້າຂາດຄວາມເຊື່ອໝັ້ນຕໍ່ບໍລິສັດບົວທິບການຄ້າ ແລະບໍລິສັດລັດວິສາຫະກິດຫວຍພັດທະນາ ກະຊວງການເງິນໄດ້ເກີດຄວາມເສຍຫາຍທາງດ້ານຊື່ສຽງ ແລະເສດຖະກິດຈົນບໍ່ສາມາດປະເມີນລາຄາໄດ້.




ຫຼັງຈາກນັ້ນບໍລິສັດໄດ້ນຳບົດລາຍງານ ແລະເຮັດເອກະສານຟ້ອງຮ້ອງນາງແປ້ ແລະທ້າວໂກ້ຕາມເອກະສານໃບຮ້ອງຟ້ອງເລກທີ 2012/ບສ ລົງວັນທີ 31/7/2017 ຕໍ່ເຈ້າໜ້າທີ່ຕຳຫຼວດເສດຖະກິດ ກະຊວງປ້ອງກັນຄວາມສະຫງົບ ເພື່ອດຳເນີນຄະດີຕໍ່ຜູ້ກ່ຽວທັງຄະດີອາຍາ ແລະຄະດີແພ່ງ ແລະໃນເວລາຕໍ່ມາເຈົ້າໜ້າທີ່ກໍ່ໄດ້ເອີ້ນໃຫ້ທ້າວໂກ້ເຂົ້າມາສືບສວນ-ສອບສວນ ທີ່ກົມຕຳຫຼວດເສດຖະກິດ ແລະຕໍ່ມາຜູ້ກ່ຽວກໍ່ໄດ້ຍອມຮັບຜິດທຸກເລື່ອງຕໍ່ເຈົ້າໜ້າທີ່ວ່າຕົນໄດ້ກ່າວຫາບໍລິສັດໂດຍບໍ່ມີມູນຄວາມຈິງທີ່ໃສ່ຮ້າຍປ້າຍສີໃຫ້ບໍລິສັດບົວທິບການຄ້າກໍ່ໃຫ້ເກີດຄວາມເສື່ອມເສຍທາງດ້ານເສດຖະກິດ ແລະຊື່່ສຽງ ພ້ອມນີ້ຜູ້ກ່ຽວຍັງໄດ້ຂໍໂທດລົງທງເຟສບຸກຕົນເອງຕື່ມອີກ.




ຫຼັງຈາກການສືບສວນສອບສວນທີ່ກົມຕຳຫຼວດເສດຖະກິດ ທາງເຈົ້າໜ້າທີ່ໄດ້ສົ່ງໃບຫວຍດັ່ງກ່າວໄປພິສູດຢູ່ກົມພິສູດຫຼັກຖານ ແລະໄດ້ພິສູດຫຼັກຖານເປັນທີ່ຮຽບຮ້ອຍແລ້ວເຫັນວ່າໃບຫວຍນັ້ນແມ່ນຖືກປອມແປງແທ້ ເມື່ອຮູ້ຄວາມຈິງດັ່ງນັ້ນຈິ່ງໄດ້ມອບຫຼັກຖານທັງໝົດຄືນກັບໄປໃຫ້ກົມຕຳຫຼວດເສດຖະກິດເພື່ອລໍຖ້າການຕັດສິນດັ່ງນັ້ນສັງຄົມຈົ່ງເຂົ້າໃຈຕໍ່ເຫດການດັ່ງກ່າວປະຈຸບັນບໍລິສັດກຳລັງດຳເນີນຄະດີຜູ້ກ່ຽວທັງສອງ.

ຂອບໃຈແຫຼ່ງຂ່າວຈາກ ໜັງສືພິມວຽງຈັນໃໝ່

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.