ຂ່າວດູດຫີນ

ດູດຫີນຊາຍບ້ານຫ້ວຍຫ້ອມເດືອດຮ້ອນປະຊາຊົນ




 ຊາວບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນເດືອດຮ້ອນກັນທົ່ວ ຍ້ອນສຽງລົບກວນ, ແຮງສັ່ນສະເທືອນ ແລະບັນຫາຂີ້ຝຸ່ນໄງ່ ອັນເກີດມາຈາກບໍລິສັດດູດຫີນດູດຊາຍ ຊຶ່ງຜ່ານມາໄດ້ຜະເຊີນກັບບັນຫານີ້ມາແຕ່ປີ 2015 ທັງໄດ້ສະເໜີພາກລັດ ເພື່ອຮັບຊາບບັນຫາແລ້ວ ແຕ່ຍັງບໍ່ໄດ້ຮັບການແກ້ໄຂຈົນປະຈຸບັນ.



 ຕາມການບອກເລົ່າຂອງປະຊາຊົນໃຫ້ຮູ້ວ່າ: ບໍລິສັດ ດູດຫີນ-ດູດຊາຍນີ້ໄດ້ມາຕັ້ງໂຮງງານເພື່ອດຳເນີນທຸລະກິດຢູ່ໃກ້ກັບເຮືອນຂອງປະຊາຊົນ ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ມາແຕ່ວັນທີ 1 ພະຈິກ 2015 ບໍລິສັດກໍໄດ້ເລີ່ມນຳເອົາເຄື່ອງກົນຈັກ, ອຸປະກອນ ເຂົ້າຕິດຕັ້ງ ແລະດຳເນີນກິດຈະການ ຈົນມາຮອດວັນທີ 1 ກໍລະກົດ 2016 ແມ່ນໝົດກຳນົດອະນຸຍາດ, ແຕ່ຕົກມາຮອດເດືອນພຶດສະພາ 2017 ບໍລິສັດດັ່ງກ່າວ ໄດ້ນຳເອົາກົນຈັກເຂົ້າມາຕິດຕັ້ງຢູ່ຈຸດບ້ານຫ້ວຍຫ້ອມອີກ ໂດຍບໍ່ມີໃບອະນຸຍາດໃຫ້ຂຸດຄົ້ນ ການດຳເນີນທຸລະກີດຂອງບໍລິສັດນີ້ໄດ້ສົ່ງຜົນກະທົບ ທັງທາງກົງ ແລະທາງອ້ອມ ແກ່ປະຊາຊົນ ເປັນຕົ້ນແມ່ນ ມີສຽງຟົດນັນຈາກເຄື່ອງຈາກດູດຫີນ-ຊາຍ, ສຽງລົດຈົກ, ລົດດ້າມ ແລະລົດແກ່ຫີນ-ຊາຍ ເຂົ້າ-ອອກ, ມີຂີ້ຝຸ່ນໄງ່ປິວເຂົ້າເຮືອນ ແລະແຮງສັ່ນສະເທືອນຈາກການດູດຫີນ-ຊາຍ ກໍສົ່ງຜົນກະທົບເຮັດໃຫ້ເຮືອນປະຊາຊົນທີ່ຢູ່ໃກ້ແຕກ, ລ້າວ  ຊຶ່ງຜ່ານມາປະຊາຊົນສະເໜີໄປຍັງອຳນາດການປົກຄອງຂັ້ນບ້ານທັງຂຽນໃບສະເໜີ ຕໍ່ຂັ້ນເມືອງຕະຫຼອດຮອດ ກະຊວງໂຍທາທິການ ແລະຂົນສົ່ງ ຮັບຮູ້ເຖິງບັນຫາດັ່ງກ່າວແຕ່ກໍຍັງບໍ່ໄດ້ຮັບການແກ້ໄຂເທື່ອ.




ຊາວບ້ານຫ້ວຍຫ້ອມຍັງເລົ່າຕື່ມວ່າ: ບັນຫາດັ່ງກ່າວນີ້ໄລຍະຜ່ານມາ ພາຍຫຼັງພາກລັດຮູ້ຂ່າວໄດ້ມີພາກສ່ວນກ່ຽວ ຂ້ອງລົງໄປຕິດຕາມກວດກາ ແລະເກັບກຳຂໍ້ມູນ, ຂຽນບົດບັນທຶກແລ້ວ, ແຕ່ບັນຫາກໍຍັງບໍ່ໄດ້ຢຸດຕິລົງ. ປະຈຸບັນຊິ່ງເປັນຊ່ວງລະຝົນເຂົ້າມາໃນເດືອນສິງຫານີ້ບໍລິສັດໄດ້ຢຸດການດູດຊາຍແລ້ວ ແຕ່ຍັງບໍ່ມີການເຄື່ອນຍ້າຍອຸປະກອນເຄື່ອງຈັກ ແລະຍັງມີການຂົນສົ່ງຫີນຊາຍມາຈາກບ່ອນອື່ນເປັນປະຈຳ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.