ກິລາ

ມາເບິ່ງ 6 ຊາດໄປບານໂລກ 2018 ຮອບສຸດທ້າຍຮຽບຮ້ອຍ ມີທີມໃດແດ່


   ໄດ້ມາແລ້ວ 6 ຊາດທີ່ຜ່ານເຂົ້າໄປຫຼິ້ນບານໂລກ 2018 ຮອບສຸດທ້າຍ ຫຼັງຫຼ້າສຸດ ທີມຊາດແບນຊິກ ກາຍເປັນທີມຊາດຈາກພາກພື້ນເອີຣົບທີມທໍາອິດ ຫຼັງບຸກເອົາຊະນະ ເກຣັກ 2-1 ເມື່ອວັນທີ 3 ສິງຫາ ທີ່ຜ່ານມາ ເຮັດໃຫ້ປັດຈຸບັນ ແບນຊິກ ມີຄະແນນໜີຫ່າງອັນດັບ 2 ຂອງກຸ່ມ H ຢ່າງ ບົດນີ ເຖິງ 8 ຄະແນນ ໂດຍເຫຼືອການແຂ່ງຂັນພຽງ 2 ນັດ.
   ສະຫຼຸບ 6 ທີມທີ່ຜ່ານເຂົ້າໄປຫຼິ້ນບານໂລກ 2018 ຮອບສຸດທ້າຍມີດັ່ງນີ້:

1.ຣັດເຊຍ ເຄີຍເຂົ້າຮອບສຸດທ້າຍ 11 ຄັ້ງ ( 1958, 1962, 1966, 1970, 1982, 1986, 1990, 1994, 2002, 2014 ແລະ 2018 ).

2.ບຣາຊິນ ເຄີຍເຂົ້າຮອບສຸດທ້າຍ 21 ຄັ້ງ ( 1930, 1934, 1938, 1950, 1954, 1958, 1962, 1966, 1970, 1974, 1978, 1982, 1986, 1990, 1994, 1998, 2002, 2006, 2010, 2014 ແລະ 2018 ).

3.ອິຣານ ເຄີຍເຂົ້າຮອບສຸດທ້າຍ 5 ຄັ້ງ ( 1978, 1998, 2006, 2014 ແລະ 2018 ).

4.ຍີ່ປຸ່ນ ເຄີຍເຂົ້າຮອບສຸດທ້າຍ 6 ຄັ້ງ ( 1998, 2002, 2006, 2010, 2014 ແລະ 2018 ).

5.ແມັກຊິກໂກ ເຂົ້າຮ່ບສຸດທ້າຍ 16 ຄັ້ງ ( 1930, 1950, 1954, 1958, 1962, 1966, 1970, 1978, 1986, 1994, 1998, 2002, 2006, 2010, 2014 ແລະ 2018 ).

6.ແບນຊິກ ເຄີຍເຂົ້າຮອບສຸດທ້າຍ 13 ຄັ້ງ ( 1930, 1934, 1938, 1954, 1970, 1982, 1986, 1990, 1994, 1998, 2002, 2014 ແລະ 2018 ).




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.