ຊ່ວຍເຫຼືອສັງຄົມ

ຊົມເຊີຍ! ເອື້ອຍວັນນາລີ ນໍ້າໃຈງາມຊ່ວຍເຫຼືອນ້ອງຜູ້ທຸກຍາກ... ວອນທ່ານທັງຫລາຍຊຸກຍູ້ນ້ອງສຸກ ຄອບຄົວຂັດສົນໃຫ້ໄດ້ຮຽນເພື່ອອະນາຄົດທີ່ດີ




ອີງຕາມເຟສບຸກເອື້ອຍວັນນາລີ ( Vannaly Kongmanivong) ທີ່ຂຽນວ່າ: ມື້ນີ້ຊອກບ້ານນ້ອງ
ສຸກອາຍຸ10ປີ ທີ່ບ້ານໜອງປາດຸກ  ເມືອງສິໂຄດຕະບອງ ນະຄອນຫຼວງວຽງຈັນ ອາໃສຢູ່ກັບພໍ່ ຈົນພົບ.

ເປັນຕູບເພິງໝາແຫງນ ພໍໄດ້ຊົ້ນແດດ ລົບຝົນ ບໍ່ຮູ້ເຈົ້າຂອງດີນ ຈະໃຫ້ຍ້າຍມື້ໄດ ໄຟຟ້າບໍ່ມີ. ນໍ້າບໍ່ມີ ,ຫ້ອງນໍ້າບໍ່ມີ ສະພາບແວດລ້ອມລຳບາກ.ຄວາມເປັນຢູ່ສຸດແສນລຳບາກ ພໍ່ອາຊີບກຳມະກອນ ແມ່ຖີ້ມແຕ່ອາຍຸ 6 ເດືອນ ໃຫຍ່ກັບລໍ້.
 ຄວາມຝັນຂອງສາວນ້ອຍ ຢາກຮຽນ ບໍ່ຢາກເຂົ້າປ່າຫາໜໍ່ໄມ້ມາແລກເຂົ້າ


ໃນການໄປຄັ້ງນີ້ ເອື້ອຍວັນນາລີ ໄດ້ນຳເອົາເຄື່ອງຈຳນວນຫນຶ່ງໄປຊ່ວຍ ທັງເຄື່ອງນຸ່ງ ປຶມ ສໍຕ່າງໆ.
ວອນທ່ານໃຈບຸນເຂົ້າມາແບ່ງເບົາຄວາມທຸກດ້ວຍ  ເພື່ອສ້າງໂອກາດໃຫ້ນ້ອງມີຊິວີດທີ່ດີຂຶ້ນໃນອະນາຄົດ











-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.