ກິລາ

ສາວລາວ ຢູ 16 ຂໍພອນກັບສິ່ງສັກສິດ ກ່ອນອອກໄປວັດກັບຍັກໃຫຍ່ ໃນການແຂ່ງຂັນບານເຕະຊີງແຊັມອາຊີ


   ໃນຕອນເຊົ້າວັນຈັນ 4 ກັນຍາ 2017 ທາງຄະນະຄູຝຶກ ທີມຊາດຍິງລາວ ລຸ້ນອາຍຸ 16 ປີ ໄດ້ນຳພານັກກິລາໄປກາບໄຫວ້ ອະນຸສາວະລີ ເຈົ້າຟ້າງຸ່ມ, ອະນຸສາວະລີ ເຈົ້າອານຸວົງ ແລະ ເຈົ້າແມ່ສີເມືອງ ວັດສີເມືອງ ເພື່ອເປັນສິລິມຸງຄຸນໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ ລຸ້ນອາຍຸ 16 ປີ ຮອບສຸດທ້າຍ ຢູ່ທີ່ ແຂວງ ຊົນບູຣີ ປະເທດ ໄທ ໄດ້ຮັບກຽດເປັນເຈົ້າພາບ ແຂ່ງຂັນໃນວັນທີ 10-23 ກັນຍາ 2017.

#ລາຍຊື່ ຄະນະນຳ, ຄູຝຶກ ປະກອບມີ :
1. ທ່ານ ນາງ ກັນຍາ ແກ້ວມະນີ ຜູ້ຈັດການທີມ.
2. ທ່ານ ວົງມີໄຊ ສຸບົວຄຳ ຫົວຫນ້າຄູຝຶກ
3. ທ່ານ ນາງ ພອນທິບ ແສງມະນີ ຜູ້ຊ່ວຍຄູຝຶກ
4. ທ່ານ ນາງ ຄານຊະນິດ ຄຳຈະເລີນ ຜູ້ຊ່ວຍຄູຝຶກ
5. ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຫົວຫນ້າຄູຝຶກປະຕູ
6. ທ່ານ ນາງ ພຸດ ຄຳສຸກຖາວົງ ຜູ້ຊ່ວຍຄູຝຶກປະຕູ
7. ທ່ານ ນາງ ເຄືອວັນ ເມັງມະນີ ແພດປະຈໍາທີມ
8. ທ່ານ ນາງ ຕິກຕ້າ ດວງພະຈັນ ແພດປະຈໍາທີມ
9. ທ່ານ ນາງ ນົກ ດວງມາລາ ບໍລິຫານທີມ
10. ທ່ານ ທິບພະກອນ ພະກາສີ ຂ່າວສານ ສຕລ

#ລາຍຊື່ ນັກກິລາ ປະກອບມີ :
+ ຜູ້ຮັກສາປະຕູ
- ເບີ 1 ນ. ບັງອອນ ພອນໄຊ
- ເບີ 20 ນ. ເພັດລາວັນ ໄຊຍະເພັດດາລາ
- ເບີ 23 ນ. ລີຕ້າ
+ ກອງຫລັງ
- ເບີ 2 ນ. ວິລິນທອນ ວົງແສງທອງ
- ເບີ 4 ນ. ວິໄລວັນ ປັນຍານຸວົງ
- ເບີ 5 ນ. ຫລ້ານ້ອຍ ວົງສິງຄຳ ( ຫົວຫນ້າທີມ )
- ເບີ 6 ນ. ພ໋ອດໄພລິນ ຊັກດາວົງ
- ເບີ 7 ນ. ນັດທະພອນ ສີສຸດາ
- ເບີ 12 ນ. ປານິນ ຄຳມະນີໄຊ
- ເບີ 13 ນ. ໂບລີ້ງ

+ ກອງກາງ
- ເບີ 9 ມົນທິບ ສີສະເກດ
- ເບີ 15 ແກ້ວອຸດອນ ໄຊສີສົມບັດ
- ເບີ 16 ສາຍສະຫມອນ ອິນທະພົນ
- ເບີ 18 ດາລາວອນ ສໍພາບມີໄຊ
- ເບີ 17 ຫນູແດງ ສີປະສົງ
- ເບີ 19 ອານຸດຕາ ຈັນທີທອງ
- ເບີ 21 ພອນທິບ ພົມມະຈັນ
- ເບີ 22 ອິນທິດາ ຄູນສີ
+ ກອງຫນ້າ
- ເບີ 8 ພິມພາ ທອງສະຫວ່າງ
- ເບີ 10 ອາພັດຊະລາ ຈັນທະວົງໄຊ
- ເບີ 11 ວາດີ້ ອິນທິຍາ
- ເບີ 14 ພຸດສະດີ ຫລວງອາມາດ

#ສໍາລັບຕາຕະລາງການແຂ່ງຂັນຂອງ ນັກເຕະສາວ ລາວ ທີ່ຢູ່ກຸ່ມ B.
- ວັນທີ 10 / 09 / 2017 ເວລາ 19:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Chonburi Stadium, Chonburi.
- ວັນທີ 13 / 09 / 2017 ເວລາ 17:00 ທີມຊາດລາວ ພົບ ທີມຊາດ ສປ ຈີນ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Stadium,Chonburi .
- ວັນທີ 16 / 09 / 2017 ເວລ 18:00 ທີມຊາດລາວ ພົບ ທີມຊາດ ສ.ເກົາຫລີ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education.

   ສໍາລັບ ທີມທີ່ໄດ້ອັນດັບ 1 ຫາ ອັນດັບ 3 ລາຍການນີ້ຈະໄດ້ຜ່ານເຂົ້າໄປຫລິ້ນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ ທີ່ປະເທດ ອຸຣຸກວາຍ ໃນປີ 2018.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.