ກອງທຶນທາງ

ດ່ວນ! ນະຄອນຫຼວງເລັ່ງທາມທາບຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງທຶນທາງ, ຂະນະທີ່ຄ່າທໍານຽມມີການປັບປ່ຽບ ລົດກະບະ -ລົດເກງ ເກັບ 175.000 ກີບ



ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດສຳມະນາກ່ຽວກັບການກະກຽມ ສ້າງຕັ້ງກອງທຶນທາງປະຊາຊົນນະຄອນຫຼວງ ທີ່ໄດ້ຈັດຂຶ້ນເປັນເວລາສອງວັນ ລະຫວ່າງວັນທີ 30-31 ສິງຫາ 2017 ທີ່ຫ້ອງວ່າການນະຄອນຫຼວງ ເຊິ່ງໄດ້ເຊີນເອົາຮອງລັດຖະມົນຕີ ຫົວໜ້າກົມ ແລະ ບໍລິສັດ ລັດວິສາຫະກິດ ແລະ ພາກສ່ວນ ເຂົ້າຮັບຟັງກ່ຽວກັບເປົ້າໝາຍ ແລະ ຈຸດປະສົງການສ້າງຕັ້ງກອງທຶນທາງປະຊາຊົນ ນວ ນຳສະເໜີໂດຍທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງກອງທຶນທາງປະຊາຊົນນະຄອນຫຼວງ ເພື່ອໃຫ້ຮ່າງດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ.


+ຜ່ານການປະກອບຄຳຄິດຄຳເຫັນຂອງພາກສ່ວນກ່ຽວຂ້ອງ ທີ່ເຂົ້າຮ່ວມໃນໄລຍະ 2 ວັນດັ່ງກ່າວ ສຽງສ່ວນໃຫຍ່ແມ່ນເຫັນດີໃນການສ້າງຕັ້ງກອງທຶນດັ່ງກ່າວ ແຕ່ຕ້ອງໄດ້ສະເໜີໃຫ້ເອົາໃຈໃສ່ເບິ່ງຄືນໃນຫຼາຍບັນຫາ ເປັນຕົ້ນ ເງິນກອງທຶນທີ່ເກັບມາໄດ້ ຕ້ອງເອົາມາກໍ່ສ້າງ ຫຼື ສ້ອມແປງເສັ້ນທາງໃໝ່ໃຫ້ເຫັນເປັນຮູບປະທຳກ່ອນ ຈຶ່ງນຳເອົາໄປຊຳລະໜີ້ຕາມພາຍຫຼັງ.


+ເອົາໃຈໃສ່ເບິ່ງຄືນລັດຖະບັນຍັດ 003 ໂດຍສະເພາະ ພິຈາລະນາຄືນດ້ານລາຄາການເກັບປະເພດລົດບັນທຸກປະເພດ 18 ລໍ້ຫາ 6 ລໍ້ ແລະ ລົດບັດປະເພດ 45 ບ່ອນນັ່ງ 25 ບ່ອນນັ່ງ, ລົດຕູ້ໂດຍສານ ລົດຕັກຊີ ລົດສອງແຖວໃຫຍ່-ນ້ອຍ ເກັບກໍາຄືນຈຳນວນພາຫະນະທີ່ນະຄອນຫຼວງຄຸ້ມຄອງ ເພື່ອໃຫ້ຮູ້ໄດ້ຈຳນວນລົດທີ່ແນ່ນອນ ໃຫ້ເບິ່ງຄືນ ບັນດາເນື້ອໃນຮ່າງວ່າດ້ວຍການສ້າງຕັ້ງກອງທຶນທາງປະຊາຊົນ ນວ ເພື່ອບໍ່ໃຫ້ຊໍ້າຊ້ອນກັບກອງທຶນທາງຫຼວງ.


+ ຮ່າງຂໍ້ຕົກລົງສະບັບໃໝ່ ວ່າດ້ວຍການສ້າງຕັ້ງກອງທຶນທາງປະຊາຊົນ ນວ ໄດ້ກຳນົດການເກັບເງິນຄືນໃໝ່ລາຍລະອຽດ ຄື:
-ລົດບັນທຸກປະເພດ 18 12 10 ແລະ 6 ລໍ້ຂຶ້ນໄປ ເກັບ 350.000 ກີບ
-ລົດບັດປະເພດ 45 ບ່ອນນັ່ງຂຶ້ນໄປ ແລະ 25 ບ່ອນນັ່ງ ລົດຕູ້ໂດຍສານ ລົດຕັກຊີ ລົດສອງແຖວໃຫຍ່ ລົດສອງແຖວນ້ອຍ ເກັບ 262.500 ກີບ
- ລົດກະບະ ລົດເກງ ແລະ ລົດຈິບທຸກຊະນິດ ລົດຕູ້ສ່ວນຕົວຄວາມແຮງ 3000 CC ຫາ 2999 CC ລົງມາ ເກັບ 175.000 ກີບ
- ລົດສາມລໍ້ຕຸກໆ ຈຳໂບ້ ລົດຈັກທຸກປະເພດ ຄວາມແຮງ 109 CC ລົງມາ ແລະ ລົດຈັກທຸກປະເພດຄວາມແຮງ 110 CC ຂຶ້ນໄປ ເກັບ 87.500 ກີບ.


ສຳລັບຂໍ້ສະເໜີ ເປັນບັນຫາສຳຄັນທີ່ທາງພາກສ່ວນຮັບຜິດຊອບໃນການສ້າງຕັ້ງກອງທຶນທາງ ຈະໄດ້ນຳໄປປັບປຸງແກ້ໄຂ ເພື່ອໃຫ້ຮ່າງຕົກລົງດັ່ງກ່າວ ມີເນື້ອໃນສອດຄ່ອງຄົບຖ້ວນສົມບູນ ແລະ ຖືກກັບຈຸດປະສົງເປົ້າໝາຍ.


ແຫລ່ງທີີມາຈາກວາລະສານມະຫາຊົນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.