ຂ່າວຕ່າງປະເທດ

ຜູ້ນຳຈີນ-ລັດເຊຍ ເປັນເອກະພາບ ຈະປະສານ​ງານກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບ​ມື​ກັບ​ສະຖານະ​ການຢູ່ແຫລມເກົາຫຼີ


(ຊີອາໄອ) ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ຢູ່​ເມືອງ​ເຊ້ຍ​ເໝິນ ສປ ຈີນ​ໃນ​ວັນ​ທີ 3 ກັນຍາ​ນີ້.


ການ​ພົບ​ປະ​ດັ່ງກ່າວ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ​ຈະສືບ​ຕໍ່​ຮັກສາ​ການ​ໄປມາຫາສູ່​ຢ້ຽມຢາມ​ລະຫວ່າງ​ການ​ນຳ​ຂັ້ນສູງ, ​ເພີ່ມ​ທະວີ​ສາຍ​ພົວພັນ​ຄູ່​ຮ່ວມ​ປະສານ​ງານ​ທາງ​ຍຸດ​ທະ​ສາດຮອບດ້ານ ​ແລະ ລົງ​ເລິກ​ການ​ແລກປ່ຽນ​, ປະສານ​ງານ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ.

ນອກ​ນີ້, ສອງ​ຝ່າຍ​ຍັງ​ເຫັນ​ດີ​ລົງ​ເລິກການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເປັນຕົ້ນ ການ​ລົງທຶນ, ພະລັງງານ, ກະສິກຳ, ພື້ນຖານ​ໂຄງ​ລ່າງ, ການບິນ ​ແລະ ກາ​ນບິນ​ອະວະກາດ, ເພີ່ມ​ທະວີ​ການ​ແລກປ່ຽນດ້ານ​ວັດທະນະທຳ, ການ​ສຶກສາ, ກິລາ, ສື່​ມວນ​ຊົນ, ການທ່ອງທ່ຽວ, ​ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ ​ແລະ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ກອງທັບ.


ນອກ​ນີ້, ຜູ້ນຳ​ທັງສອງ​​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​​ໃຈ​ຮ່ວມ​ກັນ ທັງ​ເປັນ​ເອກະ​ພາບ​ຍຶດໝັ້ນ​ເປົ້າໝາຍການ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ, ​ແລກປ່ຽນປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບ​ມື​ກັບ​ສະຖານະ​ການ​ຫຼ້າສຸດທີ່​ຜັນ​ແປ​ຈາກ​ການ​ທົດ​ລອງ​ນິວ​ເຄລຍອີກ​ຄັ້ງ​ໃໝ່​ຂອງ ສປປ ​ເກົາຫຼີ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.