ກິລາ

ໜຸ່ມໃຈລະລາຍສ່ອງ! 5 ສາວງາມແຫ່ງວົງການກີລາລະດັບໂລກ


   ໃນວົງການກີລາທຸກມື້ນີ້ມີສາວງາມໃຫ້ເຫັນຢ່າງຫຼວງຫຼາຍ ໂດຍນອກຈາກພວກສາວໆຈະມີສີມືໂດດເດັ່ນໃນແຕ່ລະດ້ານຂອງຕົວເອງແລ້ວ ຍັງມີຮູບຮ່າງ ແລະ ໜ້າຕາຊວນໃຫ້ບັນດາໜຸ່ມໃຈລະລາຍໄປຕາມໆກັນ ໂດຍເວັບໄຊ “ ວັນເດີລິສາ ” ໄດ້ຄັດມາໃຫ້ເຫັນ 5 ຄົນທີ່ງາມທີ່ສຸດໃນຕອນນີ້ ດັ່ງນີ້:


1. ແຄໂຣໄລ ວອຊນຽກກີ້: ນັກເທັນນິສຍິງຊາວດານມາກ ເກີດທີ່ປະເທດໂປໂລຍ ເມື່ອວັນທີ 11 ກໍລະກົດ 1990 ໂດຍນອກຈາກຈະມີຄວາມງາມເປັນອາວຸດແລ້ວນັ້ນ ສີມືການຫຼິ້ນເທັນນິສໃນສະໜາມຍັງເກັ່ງອີກດ້ວຍ ໂດຍລາວສາມາດເລື່ອນຂຶ້ນເປັນມື 1 ຂອງໂລກ ເມື່ອວັນທີ 23 ມັງກອນ 2012 ແລະ ຄອງຕໍາແໜ່ງດັ່ງກ່າວເປັນເວລາ 67 ອາທິດ ຂະນະທີ່ ປັດຈຸບັນຢູ່ອັນດັບທີ 5 ຂອງໂລກ.


2. ມິເຊລ ວີ: ນັກກ໊ອຟຍິງຊາວອາເມຣິກາ ເຊື້ອສາຍ ສ ເກົາຫຼີ ເກີດທີ່ຮາວາຍ ເມື່ອວັນທີ 11 ຕຸລາ 1989 ຫຼັງຈາກຄອບຄົວຂອງລາວຍ້າຍຈາກ ສ ເກົາຫຼີ ທີ່ສະຫະລັດອາເມຣິກາ ໃນໄລຍະປີ 1980 ໂດຍລາວມີຊື່ສຽງຕັ້ງແຕ່ອາຍຸ 10 ປີ ຫຼັງສ້າງສະຖິຕິເປັນຜູ້ຫຼິ້ນອາຍຸນ້ອຍທີ່ສຸດ ທີ່ຜ່ານຮອບຄັດເລຶອກເຂົ້າໄປຫຼິ້ນໃນ ພີຈີເອ ທົວ.


3. ແອນນາ ຣໍສັນ: ນັກກ໊ອຟສາວຊາວອົດສະຕຣາລີ ເກີດເມື່ອວັນທີ 5 ສິງຫາ 1981 ທີ່ເມືອງອະເດເລດ ໂດຍນອກຈາກເປັນນັກກ໊ອຟມືອາຊີບແລ້ວນັ້ນ ລາວຍັງເປັນນາງແບບອີກດ້ວຍ ໂດຍ ຣໍສັນ ເຂົ້າສູ້ວົງການນາງແບບມາຕັ້ງແຕ່ອາຍຸ 16 ປີ ກ່ອນເລີ່ມຕົ້ນເປັນນັກກ໊ອຟສະໝັກຫຼິ້ນໃນປີ 1999 ແລະ ສາມາດຜ່ານໄປຫຼິ້ນລາຍການ ອົດສະຕຣາລີ ອະເມເຈີ ແຊັມປ້້ຽນຊິບ ໃນປີ 1999 ແລະ 2000 ລວມທັງຕິດທີມຊາດອົດສະຕຣາລີ ອີກດ້ວຍ.


4. ອະເລັກ ມໍແກນ: ນັກບານເຕະຍິງທີມຊາດສະຫະລັດອາເມຣິກາ ເກີດທີ່ແຄລິຟໍເນຍ ເມື່ອວັນທີ 2 ກໍລະກົດ 1989 ໂດຍລາວຫຼິ້ນຕໍາແໜ່ງກອງໜ້າ ໂດຍລາວຖືກເລຶອກເປັນກອງໜ້າເບີ 1 ເມື່ອປີ 2011 ກັບທີມ ເວສເທິນ ນິວຢອກ ແຟລຊ ແລະ ຈົນເຖິງເວລານີ້ຕິດທີມຊາດໄປແລ້ວ 128 ນັດຍິງໄດ້ 74 ປະຕູ. ນອກຈາກນັ້ນ, ມໍແກນ ເຄີຍເຂົ້າຊີງລາງວັນນັກເຕະດີເດັ່ນຂອງ ຟີຟາ ເມື່ອປີ 2012 ແລະ ໄດ້ລາງວັນນັກເຕະດີເດັ່ນແຫ່ງປີຂອງ ສະຫະລັດອາເມຣິກາ ໃນປີດຽວກັນ.


5. ບຣິດນີ ພາມເມີ: ສາວຍົກປ້າຍທີ່ມີຊື່ສຽງຂອງ ຢູເອັຟຊີ ແລະ ມີແຟນຄລັບຢ່າງຫຼວງຫຼາຍ ຫຼັງຖືກຍົກໃຫ້ເປັນໜຶ່ງ ໃນສາວທີ່ຍົກປ້າຍມວຍຕໍ່ສູ້ທຸກຮູບແບບ ທີ່ງາມທີ່ສຸດໃນປະຫວັດສາດ ໂດຍ ພາມເມີ ເກີດທີ່ແຄລິຟໍເນຍ ເມື່ອວັນທີ 24 ມິຖຸນາທີ 1987 ໂດຍນອກຈາກເຮັດໜ້າທີ່ເປັນສາວຍົກປ້າຍແລ້ວ ລາວຍັງເປັນນາງແບບ, ພິທິກອນ ແລະ ແດນເຊີ ອີກດ້ວຍ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.