ຕາມຂ່າວຊິອາໄອ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດປະເທດບຣິກສ໌ຄັ້ງທີ 9 ໄດ້ໄຂຂຶ້ນຢູ່ເມືອງເຊ້ຍເໝິນແຂວງຝູຈ້ຽນ ສປ ຈີນໃນວັນທີ 4 ກັນຍານີ້ ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານນາເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ, ທ່ານຈາກົບ ຈູມາ ປະທານາທິບໍດີອາຟຣິກາໃຕ້, ທ່ານມີເຊນ ເຕເມີ ປະທານາທິບໍດີເບຣຊິນ ແລະທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ເຂົ້າຮ່ວມ.
ປະມຸກລັດ 5 ປະເທດຈະເຂົ້າຮ່ວມກອງປະຊຸມວົງແຄບ ແລະ ກອງປະຊຸມເປີດກວ້າງ ເພື່ອປຶກສາຫາລືສະພາບເສດຖະກິດໂລກ ແລະ ການຄຸ້ມຄອງເສດຖະກິດໂລກ, ບັນຫາພົ້ນເດັ່ນໃນສາກົນ ແລະ ພາກພື້ນ ແລະອື່ນໆ ພ້ອມທັງຈະອອກ "ຖະແຫຼງການເຊ້ຍເໝິນ".
ໃນຖານະເປັນເຈົ້າພາບກອງປະຊຸມຄັ້ງນີ້, ຈີນໄດ້ເນັ້ນຫຼາຍເທື່ອວ່າ: ຫວັງໃຫ້ກອງປະຊຸມເຊ້ຍເໝິນຄືບໜ້າໃນການລົງເລິກການຮ່ວມມືຕົວຈິງລະຫວ່າງປະເທດບຣິກສ໌, ສ້າງສາຍພົວພັນຄູ່ຮ່ວມມືທີ່ກວ້າງຂວາງກວ່າເກົ່າ ແລະກໍ່ເປັນກົນໄກທີ່ແຂງແຮງກວ່າເກົ່າ.
ຮູບ:AP
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment