ຂ່າວ ປກສ

ຈັບໄດ້ຫລາຍໆ ຊົມເຊີຍ .!!​ ເຈົ້າໜ້າທີ່ ຈັບກຸ່ມພໍ່ຄ້າຢາເສບຕິດ ໄດ້ຫລາຍກວ່າ 106.460 ເມັດ


ໃນວັນທີ 30 ສິງຫາ 2017 ຜ່ານມາ, ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ມ້າງຄະດີຄ້າຂາຍຢາເສບຕິດ ( ຢາບ້າ ) ຂອງກຸ່ມເມືອງສັງທອງ ຢູ່ ໂຮງແຮມອານຸສອນ ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກັກຕົວຜູ້ຖືກຫາໄດ້ 7 ຄົນ ພ້ອມ ຂອງກາງຢາບ້າ 53 ມັດ ກັບ 460 ເມັດ ເທົ່າກັບ 106.460 ເມັດ, ໜັກ 12,2 ກິໂລກຼາມ, ລົດໃຫຍ່ 4 ຄັນ ແລະ ເງິນຈໍານວນໜຶ່ງ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນກາງເດືອນສິງຫາ 2017 ເປັນຕົ້ນມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ສົມທົບກັບພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ຊັນນະສູດ ແລະ ຕິດຕາມການເຄື່ອນໄຫວເປົ້າໝາຍຄ້າ-ຂາຍຢາເສບຕິດຂອງກຸ່ມຄົນດັ່ງກ່າວ ແຕ່ເມືອງສັງທອງ, ຕົກມາຮອດເວລາປະມານ 15:30 ໂມງ ຂອງວັນທີ 30 ສິງຫາ 2017 ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມພວກກ່ຽວຢູ່ໂຮງແຮມອານຸສອນ ໄດ້ຜູ້ຖືກຫາ 7 ຄົນ ຊື່ ທ້າວ ສົມມະນີ ອາຍຸ 50 ປີ ຢູ່ບ້ານຫຼັກຫີນ, ທ້າວ ລ້ານ ອາຍຸ 37 ປີ ຢູ່ບ້ານໂພສີ ທັງສອງຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ້າວ ອຸດົມ ອາຍຸ 31 ປີ , ທ້າວ ໄຊ ອາຍຸ 28 ປີ, ທ້າວ ລ້ຽງ ອາຍຸ 43 ປີ ທັງສາມຢູ່ບ້ານສຳພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ, ນາງ ພອນ ອາຍຸ 45 ປີ ຢູ່ບ້ານຫຼັກຫີນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ນ້ອຍ ຫຼື ເພັດ ອາຍຸ 40 ປີ ສັນຊາດ ມຽນມາ ຢູ່ບ້ານທ່າຂີ້ເຫຼັກ ເມືອງທ່າຂີ້ເຫຼັກ ປະເທດມຽນມາ.

ຂອບໃຈເນື້ອຂ່າວຈາກ: ໜັງສືພິມຄວາມສະຫງົບ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.