ຂ່າວຕ່າງປະເທດ

ຮ້ອນທະລຸທຸກອົງສາ! ໄຟໄຫມ້ ລອສແອງເຈີລິສ ຫນັກທີ່ສຸດໃນປະຫວັດສາດ


ສຳນັກຂ່າວເອພີລາຍງານ ເມື່ອວັນທີ 4ກັນຍາວ່າ: ເຫດການໄຟໄຫມ້ລຸກລາມໃນພື້ນທີ່ນະຄອນລອສແອງເຈີລີສ ລັດແຄລິຟໍເນຍ ສະຫະລັດອາເມລິກາ ເຮັດໃຫ້ທ່ານເອຣິກ ກາເຊັດຕິ ນາຍົກເທດສະມົນຕີ ປະກາດພາວະສຸກເສີມພ້ອມລະບຸວ່າເປັນໄຟໄຫມ້ຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຂອງເມືອງ.


ທ່ານ ເອຣິກ ກາເຊັດຕິ ຍັງຂໍໃຫ້ຜູ້ວ່າການລັດແຄລິຟໍເນຍ ປະກາດພາວະສຸກເສີນໃນລັດຕື່ມອີກ ຫຼັງໄຟລຸກລາມເຜົາເຮືອນ 3 ຫລັງແລະມີແວວຈະລາມຕໍ່ໄປໃສ່ທີ່ຢູ່ອາໄສບໍລິເວນເນີນພູ.

+ ວິດີໂອໄຟໄຫມ້ປ່າຄັ້ງຮ້າຍແຮງໃນຜ່ານມາ



ຂະນະທີ່ເຈົ້າຫນ້າທີ່ດັບເພີງກວ່າ 1.000ຄົນ ຍັງຄົງຄໍ່ສູ້ກັບໄຟປ່າທີ່ລຸກລາມພື້ນທີ່ໄປກວ່າ 20 ກິໂລແມັດ ດ້ວຍຄວາມຍາກລຳບາກ ເພາະອຸ່ນຫະພູມທີ່ສູງແລະລົມພັດແຮງ ແລະມີວັດສະດຸທີ່ເປັນເຊື້ອໄຟ ເຮັດໃຫ້ຄວັນ ປົກຄຸມໄປທົ່ວບໍລິເວນພູ. ເຈົ້າຫນ້າທີ່ຕ້ອງໄດ້ອົບພະຍົກປະຊາຊົນໃນລອສແອງເຈີລິສ, ເບີແບງ ແລະ ເກລນເຄລ.


ຕ້ອງໃຊ້ເຈົ້າຫນ້າທີ່ດັບເພີງກວ່າ1.000ຄົນ ເຂົ້າໃນການຄວມຄຸມສະຖານະການ


ການຄວບຄຸມໄຟເຕັມໄປດ້ວຍຄວາມຍາກລຳບາກ ເພາະອຸ່ນຫະພູມທີ່ສູງແລະລົມພັດແຮງ


ການຄວບຄຸມໄຟເຕັມໄປດ້ວຍຄວາມຍາກລຳບາກ ເພາະອຸ່ນຫະພູມທີ່ສູງແລະລົມພັດແຮງ



ຕ້ອງໃຊ້ເຈົ້າຫນ້າທີ່ດັບເພີງກວ່າ1.000ຄົນ ເຂົ້າໃນການຄວມຄຸມສະຖານະການ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.