ຂ່າວເປີດໂຕສິນຄ້າ

ສິນຄ້າເມືອງປາກຊ່ອງເປັນທີ່ສົນໃຈຈາກສັງຄົມໃນງານຕະຫຼາດນັດວາງສະແດງສິນຄ້າທີເແຟຣນຊິບມໍ.



ເມືອງປາກຊ່ອງໄດ້ນຳເອົາຜະລິດຕະພັນສິນຄ້າທີ່ເປັນເອກະລັກຂອງເມືອງຕົນມາວາງສະແດງ ແລະ ຈຳໜ່າຍທີ່ງານຕະຫຼາດນັດວາງສະແດງຮູບພາບ ແລະສິນຄ້າສະເຫຼີມສະຫຼອງປີສາມັກຄີພິເສດລາວ - ຫວຽດນາມ 2017 ທີ່ສູນການຄ້າແຟຣນຊິບມໍ ເມືອງປາກເຊ ແຂວງຈຳປາສັກ ພາຍຫຼັງເປີດຂຶ້ນ ໃນວັນທີ 28 ສິງຫາ ປີ 2017 ຮອດວັນທີ 1 ກັນຍານີ້.


ທ່ານ ຫັດລືໄຊ ປາທິລາດ ຫົວໜ້າໜ່ວຍງານສົ່ງເສີມການຄ້າ ຫ້ອງການອຸດສະຫະກຳ ແລະການຄ້າ ເມືອງປາກຊ່ອງ ຕາງໜ້າຮ້ານວາງສະແດງເມືອງປາກຊ່ອງໄດ້ໃຫ້ສຳພາດວ່າ: ມີຄວມພາກພູມໃຈ ທີ່ໄດ້ນຳເອົາສິນຄ້າທີ່ເປັນເອກະລັກຂອງເມືອງມາວາງສະແດງ ແລະຈຳໜ່າຍ ເພາະນອກ ຈາກປະກອບ ສ່ວນໃຫ້ງານສະເຫຼີມສະຫຼອງສາຍພົວພັນຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລາວ - ຫວຽດນາມຄົບຮອບ 40 ປີ,ວັນພົວພັນການທູດລາວ - ຫວຽດນາມຄົບຮອບ 55 ປີໃຫ້ມີຄວາມ ໝາຍຄວາມສຳຄັນແລ້ວ.

ຍັງເປັນການຕອບສະໜອງສິນຄ້າທີ່ຊາວເມືອງປາກຊ່ອງສາມາດຜະລິດໄດ້ໃຫ້ແກ່ສັງຄົມ ເຊັ່ນ : ໝາກໜອດ,ໝາກຊູເວີ່,ຊາ,ກາເຟ,ໝາກແໜ່ງ ແລະອື່ນໆ ເຊິ່ງຕະຫຼອດຫຼາຍວັນຜ່ານມາ ສິນຄ້າ ທຸກປະເພດເຫັນວ່າສັງຄົມມີຄວາມສົນໃຈເຂົ້າມາຊົມ ແລະເລືອກຊື້ຢ່າງບໍ່ຂາດສາຍ.


ທ່ານ ຫັດລືໄຊ ປາທິລາດ ກ່າວອີກວ່າ ເມືອງປາກຊ່ອງມີຄວາມອຸດົມສົມບູນ ປະຈຸບັນເປັນທີ່ສົນໃຈ ຂອງ ນັກລົທຶນທັງພາຍໃນ ແລະຕ່າງປະເທດ. ເປັນຕົ້ນດ້ານພະລັງງານໄຟ້າ,ການທ່ອງທ່ຽວ,ການກະສິກຳ ແລະ ອື່ນໆ ຢ່າງຫຼວງຫຼາຍກາຍເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ເມືອງ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.


ທີ່ມາ: Champasak RADIO Station100,7 Mhz

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.