ກິລາ

ທ່ານນາຍົກ ຊີ້ຜົນງານ 26 ຫຼຽນໃນຊີເກມ ຈະຊ່ວຍກະຕຸ້ນໄປຕາມແຜນຍຸດທະສາດ 2020


   ເມື່ອວັນທີ 5 ກັນຍາ ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ມີພິທີຕ້ອນຮັບນັກກີລາລາວ ຊຸດຊີເກມ 2017 ໃຫ້ກຽດຕ້ອນຮັບຢ່າງສົມກຽດໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ພ້ອມດ້ວຍການນໍາ, ຄະນະຄູຝຶກ ແລະ ນັກກີລາ ທີ່ໄດ້ຫຼຽນໃນຊີເກມ 2017 ເຂົ້າຮ່ວມຢ່າງພ້ອມພຽງ.

   ພະນະ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂຶ້ນໂອລົມນັກກີລາວ່າ: ຂໍສະແດງຄວາມຊົມເຊີຍມາຍັງບັນດາ ສະຫະພັນກີລາແຫ່ງຊາດ, ບັນດາຄະນະນໍາ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດຜູ້ໃຫ້ການສະໜັບສະໜູນ ທີ່ພ້ອມພຽງຮຽງໜ້າກັນກະກຽມການເຂົ້າຮ່ວມຊີເກມຄັ້ງນີ້ ຢ່າງເປັນລະບົບ ແລະ ສາມາດສ້າງຊື່ສຽງໃຫ້ແກ່ປະເທດຊາດ ດ້ວຍຄວາມຕັດສິນໃຈສູງ, ມີນໍ້າໃຈຫ່າວກັນ, ອົດທົນ, ເສຍສະຫຼະ ແລະ ມີພິກໄຫວຂອງການນໍາກີລາລາວ ເຊິ່ງມັນຊ່ວຍກະຕຸກຊຸກຍູ້ໃຫ້ພວກເຮົາມີກໍາລັງໃຈໃນການພັດທະນາກີລາລາວ ໃຫ້ກ້າວໜ້າຍິ່ງຂຶ້ນ ຕາມແຜນຍຸດທະສາດການພັດທະນາກີລາລາວຮອດປີ 2020.

   ສໍາລັບ ຊີເກມ ຄັ້ງທີ 29 ລະຫວ່າງວັນທີ 19-30 ສິງຫາ 2017 ໂດຍເຈົ້າພາບກໍານົດເອົາ 38 ປະເພດກີລາ ແລະ ຊີງໄຊຫຼຽນຄໍາທັງໝົດ 405 ຫຼຽນ ເຊິ່ງທັບນັກກີລາວ 221 ຄົນເຂົ້າຮ່ວມຊີງໄຊ 22 ປະເພດ ສາມາດຍາດໄດ້ທັງໝົດ 26 ຫຼຽນ ເຊິງປະກອບມີ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 21 ຫຼຽນທອງ ຈັດຢູ່ອັນດັບທີ 9 ຂອງ 11 ປະເທດທີ່ເຂົ້າຮ່ວມ.

   ໂດຍປະເພດກີລາທີ່ຍາດໄດ້ 2 ຫຼຽນຄໍາປະກອບມີ ເປຕັງທີມຊຸດຍິງ ແລະ ສະນຸກເກີ; ກີລາທີ່ຍາດໄດ້ 3 ຫຼຽນເງິນປະກອບມີ ເທຄວັນໂດ, ເປຕັງ ແລະ ກະຕໍ້ຊິນລອນ; ກີລາທີ່ຍາດໄດ້ 21 ຫຼຽນປະກອບມີ ມວຍສາກົນ, ມວຍລາວ, ເປຕັງ, ສະນຸກເກີ, ເທຄວັນໂດ, ກະຕໍ້, ກະຕໍ້ຊິນລອນ, ປັນຈັກສີລັດ, ແລ່ນ-ລານ ແລະ ຢູໂດ.

   ໃນພິທີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ຍັງໄດ້ມອບເງິນສ່ວນຕົວ ຈຳນວນ 100 ລ້ານກີບ ຊຸກຍູ້ນໍ້າໃຈໃຫ້ທັບນັກກິລາລາວ ຜູ້ທີ່ສາມາດຍາດໄດ້ 2 ຫຼຽນຄໍາ ໃຫ້ຫຼຽນລະ 14 ລ້ານກີບ, 2 ຫຼຽນເງິນ ຫຼຽນລະ 10 ລ້ານກີບ ແລະ 21 ຫຼຽນທອງ ຫຼຽນລະ 2 ລ້ານກີບ.
ຂອບໃຈພາບຈາກ: ສຸກສະຫວັນ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.