ສຶກສາ

ນັກສຶກສາລາວ 5 ຄົນໄດ້ທຶນໄປຮຽນຕໍ່ທີ່ປະເທດອັງກິດ



ສະຖານທູດສະຫະຣາຊະອານາຈັກ ອັງກິດ ປະຈຳ​ລາວ ໄດ້ຈັດງານ​ລ້ຽງສົ່ງນັກສຶກສາລາວ ທີ່ໄດ້ຮັບທຶນ ຈີເວນິ່ງ (Chevening) ຈຳນວນ 5 ທຶນ ໄປຮຽນຕໍ່ໜຶ່ງປີ ທີ່ປະ​ເທດອັງກິດ. ໃນຂະນະດຽວກັນ ໄລຍະການຮັບສະໝັກຂໍທຶນ ສໍາລັບ ສົກປີ 2018-2019 ກໍໄດ້ເລີ່ມຕົ້ນແລ້ວ ລວມທັງຂົງເຂດທຶນ ສໍາລັບວິຊາການດ້ານການທ່ອງທ່ຽວ ຂອງລາວ.

ທຶນການສຶກສາ ຈີເວນິ່ງ ແມ່ນແຜນງານການ ໃຫ້ທຶນການສຶກສາ ທີ່ເປັນທາງການຂອງລັດຖະບານອັງກິດ ​ເຊິ່ງໃຫ້ທຶນໂດຍກະຊວງ ການຕ່າງປະເທດ ແລະ ເຄືອຈັກກະພົບ ລວມທັງອົງການຈັດຕັ້ງ ຄູ່ຮ່ວມງານອື່ນໆ. ແຜນງານນີ້, ໃຫ້ທຶນແກ່ຜູ້ທີ່ດີເດັ່ນ ດ້ວຍທ່າແຮງດ້ານການນໍາພາ ຈາກທົ່ວໂລກ ເພື່ອໃຫ້ໄປ ສຶກສາຕໍ່ຫລັກສູດເໜືອ ມະຫາວິທະຍາໄລ (ຢູ່ຂັ້ນປະລິນຍາໂທ) ຢູ່ບັນດາມະຫາວິທະຍາໄລຊັ້ນນໍາ ຂອງ ອັງກິດ. ປີນີ້, ມີຄົນລາວ 5 ຄົນ ທີ່ຈະເຂົ້າຮ່ວມ ໃນບັນດານັກສາສຶກສາ ທີ່ໄດ້ຮັບທຶນ ຈີເວນິ່ງ ທັງໝົດ  ຈໍານວນ 1.900 ຄົນ ຈາກທົ່ວໂລກ, ຊຶ່ງມາຈາກຫລາຍສາຂາອາຊີບ ທີ່ລ້ວນແລ້ວ ແຕ່ແມ່ນຜູ້ທີ່ຈະກ້າວເປັນລະດັບຂັ້ນນຳ ທີ່ຫ້າວຫັນໃນອະນາຄົດ.


ໃນງານລ້ຽງສົ່ງ, ເອກອັກຄະຣາຊະທູດ ອັງກິດ ທ່ານ ຮູ ອີວານ ໄດ້ສະແດງຄວາມຊົມເຊີຍ ນັກ ສຶກສາທຶນ ທັງ 5 ຄົນ ທີ່​ຈະ​ໄປ​ສຶກສາຕໍ່ ທີ່​ປະ​ເທດ​ ອັງກິດ. ພ້ອມເນັ້ນ, ໃຫ້ເຂົາເຈົ້າກຽມພ້ອມ ​ເພື່ອ​ຮຽນ​ຮູ້ກັບປະສົບການ ​ໃນຂະແໜງການສຶກສາຊັ້ນສູງ ຂອງອັງກິດ. ບັນດານັກສຶກສາທຶນຂອງລາວ ໃນປີນີ້ ຈະໄດ້ໄປຮຽນຢູ່ໃນສະຖາບັນການສຶກສາ ທີ່ມີກຽດຊື່ສຽງ ເຊັ່ນ: ມະຫາວິທະຍາໄລລອນດອນ, ຊຶ່ງນອນຢູ່ໃນຈໍານວນ 10 ມະຫາວິທະຍາໄລ ທີ່ດີທີ່ສຸດໃນ ໂລກ ແລະ ມະຫາໄລຄວີນເມລີ ລອນດອນ.

ພ້ອມ​ນີ້, ທ່ານທູດ ຍັງປະກາດເປີດຮັບ​ສະໝັກເອົາທຶນ ຈີເວນິ່ງ ໃໝ່ສໍາລັບສົກປີ ການສຶກສາ 2018-2019 ທີ່ຈົບປະລິນຍາຕີ ແລະ ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີ ສາມາດຍື່ນຂໍທຶນ ເພື່ອໄປຮຽນຕໍ່ ລະດັບປະລິນຍາ ໂທ, ຊຶ່ງເປີດຮັບສະໝັກ​ເຖິງຕົ້ນເດືອນພະຈິກ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.